ແກ້ວວຽງເພັດ ລິດທິເດດ ດາວຍິງສູງສຸດ ລາວລີກ 1 ສອງລະດູການຊ້ອນ (2019-2020) ທີ່ເຂົ້າສູ່ປີ 2023 ຕັດສິນໃຈຢ່າງເດັດຂາດຍ້າຍຈາກ ມາສເຕີ 7 ເອັຟຊີ ກັບໄປຊ່ວຍ ເອສະຣາ ເອັຟຊີ ເພື່ອໄປເຕະໃຊ້ໜີ້ ຫຼື ຕອບບຸນແທນຄຸນ ໃຫ້ກັບສະໂມສອນດັ່ງກ່າວທີ່ປັ້ນຕົວເອງຈົນກາຍເປັນນັກເຕະທີ່ມີຊື່ສຽງ ເພາະວ່າປີໜ້າອາດຈະບໍ່ໄດ້ເຫັນ ແກ້ວວຽງເພັດ ໃນບົດບາດນັກເຕະອີກແລ້ວ ອາດຈະເຫັນເພິ່ນໃນບົດບາດອື່ນກໍ່ເປັນໄດ້.
ຕາມການຢືນຢັນຂອງ ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານສະໂມສອນ ມາສເຕີ 7 ເອັຟຊີ ກ່າວໃນພິທີເປີດຕົວຄູຝຶກຢ່າງເປັນທາງການ ເມື່ອວັນທີ 3 ກຸມພາ 2023 ທີ່ບໍລິສັດ ມາສເຕີ 7 ( ບ້ານດົງຄໍາຊ້າງ ) ວ່າ: ແນ່ນອນປີນີ້ ມາສເຕີ 7 ເອັຟຊີ ພວກເຮົາໄດ້ປ່ອຍໃຫ້ ແກ້ວວຽງເພັດ ກັບໄປຮັບໃຊ້ ເອສະຣາ ເອັຟຊີ ສະໂມສອນຄູ່ແຂ່ງໃນ ເປບຊີ ລາວລີກ 1 ລະດູການ 2023 ເນື່ອງຈາກ ແກ້ວວຽງເພັດ ຂໍໄປເຕະໃຊ້ໜີ້ ຫຼື ຕອບບຸນແທນຄຸນສະໂມສອນທີ່ປັ້ນຕົວເອງມາຈົນເຖິງປັດຈຸບັນ ( ລາຍລະອຽດໄປເບິ່ງຄລິບນໍາກັນເລີຍ )
ຜົນງານຂອງ ແກ້ວວຽງເພັດ ທີ່ຜ່ານມາເບິ່ງໄດ້ທີ່ຄລິບລຸ່ມນີ້