• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ໄປເບິ່ງທັດສະນະຂອງ ໂຄຊໃໝ່ຂອງ ມາສເຕີ 7 ຜົນງານບໍ່ທໍາມະດາ ກຽມພາທີມລ່າແຊ້ມລາວລີກ 1

ໃນທ້າຍອາທິດ ທີ່ຜ່ານມາ ສະໂມສອນ MASTER 7 FC ຈັດພິທີເປີດຕົວ ຄູຝຶກຄົນໃໝ່ຢ່າງເປັນທາງການໃນຕອນແລງຂອງວັນທີ 3 ກຸມພາ 2023 ແມ່ນ ທ່ານ ວຸດທິວັດ ແດງສະເໝີກຽດ ( Voottivat DAENGSAMERKIAT ) ຄູຝຶກສັນຊາດໄທ ຂື້ນເປັນຫົວໜ້າຄູຝຶກ ຄົນໃໝ່ ພ້ອມຕັ້ງເປົ້າຄວ້າແຊັມການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2023 ທີ່ຈະເປີດສາກຂຶ້ນໃນວັນທີ 18 ກຸມພາ 2023 ໄປເບິ່ງຄວາມພ້ອມຂອງທີມໄດ້ທີ່ບົດສໍາພາດລຸ່ມນີ້: ( ເບິ່ງຕາມຄລິບລຸ່ມນີ້ ເພີ່ມຕື່ມ )

ສໍາລັບ ຜົນງານຂອງ ທ່ານ ວຸດທິວັດ ແດງສະເໝີກຽດ ໂດດເດັ່ນທີ່ສຸດຄື:
– ປີ 1981 ເຮັດຫນ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 16 ປີ.
– ປີ1982 ເຮັດໜ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 19 ປີ.
– ປີ1982 – 1989 ເຮັດໜ້າທີ່ໃນການຄຸມທີມຊາດໄທ ຊຸດໃຫຍ່.

-ປີ 1992 – 1993 ນໍາພາສະໂມສອນ Krung Thai Bank ຄວ້າແຊັມ DIVISION 2 King’s Cup Winner (1993).
-ປີ 1998 – 1999 ນໍາພາສະໂມສອນ Krung Thai Bank FC ຄວ້າແຊັມ DIVISION 1 Champion (1999).
– ປີ 2003 – 2005 ນໍາພາສະໂມສອນ Krung Thai Bank FC ຄວ້າແຊັມ Thai Premier League ( 2 ປີຊ້ອນ ) ແລະ King’s Cup Winner ( 2 ປີຊ້ອນ ).
– ພາທີມຄວ້າສິດເຂົ້າຮ່ວມ AFC Champion League 2004
– ພາທີມຄວ້າສິດເຂົ້າຮ່ວມ AFC Champion League 2005.
– ປີ 2009 ເຮັດຫນ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 12 ປີ ແລະ 14 ປີ

Leave a Reply

Your email address will not be published. Required fields are marked *