• Fri. Jun 2nd, 2023

Lao Sport Update

ຮອບດ້ານວົງການກິລາ

ກວາດິໂອລາ ຍັງລົບອາຖັນບໍ່ໄດ້ ຫຼ້າສຸດບຸກໄປເສຍໃຫ້ກັບ ສະເປີ ນັດທີ 5 ຕິດຕໍ່ກັນ

ເປບ ກວາດິໂອລາ ຜູ້ຈັດການທີມຂອງ ແມນເຊັສເຕີ ຊິຕີ້ ຍັງບໍ່ສາມາດໄລ່ຕາມ ອາເຊນອລ ໄດ້ຫຼັງນັດຫຼ້າສຸດເສຍໃຫ້ກັບ ທ໊ອດແນມ ຮ໊ອດສະເປີ 0-1 ຈາກການເສຍປະຕູໃຫ້ກັບ ແຮຣີ ເຄນ ກອງໜ້າຕົວເກັ່ງຂອງສະເປີ ໃນນາທີໆ 15 ແລະ ເປັນປະຕູໄຊໃນນັດການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນ 5 ກຸມພາ 2023.

ຈາກຜົນດັ່ງກ່າວ ມີການເປີດເຜີຍວ່າ ກວາດິໂອລາ ໃນການນໍາ ແມນເຊັສເຕີ ຊິຕີ້ ບຸກໄປເສຍໃຫ້ກັບ ສະເປີ ເປັນນັດທີ 5 ຕິດຕໍ່ກັນແລ້ວ. ນອກນັ້ນ, ແມນເຊັສເຕີ ຊິຕີ້ ຍັງບໍ່ສາມາດຍິງປະປຕູໄດ້ແມ່ນແຕ່ລູກດຽວ ທັງຕະຫຼອດ 5 ທີ່ເສຍໃນບ້ານຂອງ ສະເປີ ທັງທີ່ ແມນເຊັສເຕີ ຊິຕີ້ ຍິງໄປແລ້ວທັງໝົດ 84 ປະຕູກໍຕາມ.

Leave a Reply

Your email address will not be published. Required fields are marked *