ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການຝຶກອົບຮົມຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ປະສານງານ ການແຂ່ງຂັນບານເຕະ ສຕລ ປະຈຳປີ 2023,ເຊິ່ງພິທີປິດໄດ້ຈັດຂື້ນໃນຕອນແລງ ວັນທີ03 ກຸມພາ 2023 ທີ່ຫ້ອງ ປະຊຸມ ສຕລ ທີ່ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ນະະຄອນຫຼວງວຽງຈັນ,ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະໜຸກ ລຽນສະຫວັນ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າ ພະແນກ ຈັດການແຂ່ງຂັນ ພ້ອມດ້ວຍພະນັກງານວິຊາການແລະນັກຝຶກອົບຮົມເຂົ້າຮ່ວມ 24 ຄົນ.
ການຝຶກອົບຮົມຄັ້ງນີ້ຈັດຂື້ນເພື່ອຈຸດປະສົງສືບຕໍ່ສ້າງບຸກຄະລະກອນກິລາບານເຕະໃຫ້ຫລາຍຂຶ້ນທັງດ້ານປະລິມານແລະຄຸນນະພາບ,ເປັນການຍົກລະດັບການບໍລິຫານຈັດການແຂ່ງຂັນແບບເປີດກ້ວາງໃຫ້ກັບບຸກຄະລາກອນຮຸ່ນໜຸ່ມ ສືບທອດ ໃນໜ້າວຽກ ດັ່ງກ່າວ,ທັງເປັນການສົ່ງເສີມ ແລະ ຂະຫຍາຍວຽກງານການຈັດການແຂ່ງຂັນ ບານເຕະພາຍໃນ ປະເທດໃນ ທຸກລະດັບໃນແຕ່ລະປີ, ພິເສດແມ່ນກຽມ ຄວາມພ້ອມ ໃຫ້ແກ່ ລາຍການແຂ່ງຂັນຕ່າງໆຂອງ ສຕລ ທີ່ຈະຈັດຂຶ້ນ ປະຈຳປີ 2023 ນີ້ໃຫ້ມີຜົນສຳເລັດ .ຕະຫລອດການຝຶກອົບຮົມ 3 ວັນຄືນັບແຕ່ວັນທີ 01 – 03 ກຸມພາ 2023 ນັກຝຶກອົບຮົມໄດ້ຮຽນຮູ້ທາງດ້ານພາກ ທິດສະດີ ແລະ ພາກປະຕິບັດຕົວຈິງ ແລະມີການສອບເສັງທົດສອບຄວາມຮູ້ ແລະ ຄວາມເຂົ້າໃຈຕ່າງໆ.ໃນທ້າຍພິທີຍັງມີການມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມທີ່ໄດ້ສຳເລັດການຮຽນໃນຄັ້ງນີ້ຕື່ມອີກ.