• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຊົມເຊີຍນ້ອງ ແອນໂຈລິນາ ວົງໄຊຍາ ຊະນະເລີດການປະກວດ Miss Pre-Teen 2023 ທີ່ ມາເລເຊຍ

ບອກເລີຍວ່າລາວເຮົາບໍ່ທໍາມະດາ ຍ່າງທີ່ຕິດຕາມມາຕະຫຼອດ ສໍາລັບ ອີກເວທີປະກວດ ລຸ້ນເຍົາວະຊົນ ທີ່ຕົວແທນປະເທດລາວແມ່ນ ເເອນໂຈລິນາ ວົງໄຊຍາ ອາຍຸ 15ປີ ທີ່ເດີນທາງໄປປະກວດ ໃນວັນທີ 2 ກຸມພາ 2023 ທີ່ປະເທດມາເລເຊຍ


ແລະ ຕ້ອງສະແດງຄວາມດີໃຈ ແລະ ພາກພູມໃຈນໍ ທີ່ນ້ອງ ເເອນໂຈລິນາ ວົງໄຊຍາໄດ້ຮັບລາງວັນຊະນະເລີດການຈາກການປະກວດ Miss Pre-Teen 2023 ກໍຄືເປັນຄົນທີ່ຄວ້າມຸງກຸດ Miss Pre-Teen 2023 ເປີດປະຕູໃຫ້ລາວ ເກັ່ງສຸດຍອດເລີຍ ຍິນດີນໍານ້ອງ, ຄະນະກອງປະກວດ ແລະ ຄົນລາວ ຖືເປັນລາງວັນກັບມາຝາກພວກເຮົາ

.


ເຊິ່ງຍ້ອນກັບໄປໃນຮອບພີລິມ ນ້ອງ ແອນໂຈລິນາ ວົງໄຊຍາ ກໍເຮັດໄດ້ດີ ຕອນໂຊຊຸດປະຈໍາຊາດ ທີ່ຊື່ວ່າຊຸດ ຈໍາປາເມືອງລາວ ຕິດ Top10 ແລະ ຮອບສະແດງຄວາມສາມາດຕິດ Top5 Miss Pre-Teen 2023 ຢ່າງໜ້າພູມໃຈ

.


ສະແດງຄວາມຍິນເດີນຳເດີ! ໄວ້ໄປຕ້ອນຮັບການກັບມາຂອງນ້ອງນໍາກັນເດີ້

Leave a Reply

Your email address will not be published. Required fields are marked *