ບຸນເຂົ້າຈີ່ ປະເພນີລາວຂຶ້ນ 15 ຄ່ຳ ເດືອນ 03 ເພັງ ພະຈັນເຕັມດວງ ກົງກັບ ວັນອາທິດ, ວັນທີ5 ກຸມພາ 2023
ບຸນເຂົ້າຈີ່ເປັນໜຶ່ງໃນບຸນຂອງເດືອນທີ 3. ຂອງຮີດ 12 ຂອງລາວທີ່ໄດ້ປະຕິບັດມາແຕ່ບູຮານນະການ. ເດືອນສາມເປັນ ເດືອນເກັບກ່ຽວເຂົ້າ ແລະຂົນເຂົ້າຂຶ້ນເລົ້າຂຶ້ນສາງຮຽບຮ້ອຍແລ້ວ ຊາວນາທັງຫລາຍໝົດວຽກໄຮ່ການນາແລ້ວ ຈຶ່ງພາກັນເຮັດ ບຸນເຂົ້າຈີ່ ຖວາຍແກ່ພຣະສົງຄ໌.
ຄຳວ່າເຂົ້າຈີ່ ໄດ້ແກ່ເຂົ້າໜຽວປັ້ນເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ ຮຽກວ່າເຂົ້າຈີ່. ການເຮັດບຸນນີ້ ຈະນິຍົມເຮັດໃນ ເດືອນສາມ ຈະເປັນຂ້າງຂຶ້ນ ຫລືຂ້າງແຮມກໍໄດ້ ແຕ່ເຄີຍເຮັດກັນມາແມ່ນກາງເດືອນສາມ ຈຶ່ງຮຽກວ່າບຸນ ເດືອນສາມກໍໄດ້.
ມື້ທີ່ຈະເຮັດບຸນນີ້ ຄະນະວັດ/ທາງວັດ ເພິ່ນຈະປະກາດໃຫ້ຊາວບ້ານໄປເຕົ້າໂຮມກັນທີ່ວັດເພື່ອ ຕຽມເຂົ້າທີ່ຈະຈີ່ ຕຽມໄມ້ ໄວ້ສຽບເຂົ້າ ເຄື່ອງທາ ເຂົ້າຈີ່ ຈະເປັນໄຂ່ ຫລື ໃສ່ນໍ້າອ້ອຍຂ້າງໃນ ໃຫ້ຫອມຫວານມັນ ກໍແລ້ວແຕ່ສັທທາຂອງບຸກຄົນນັ້ນໆ. ການຕັ້ງໄຟຈີ່ເຂົ້າ ຕ້ອງໄດ້ເຮັດແຕ່ເຊົ້າ ພໍເຂົ້າຈີ່ສຸກ ກໍເອົາໄປຖວາຍພ້ອມຈັງຫັນເລີຍ ພ້ອມກັບອາຫານຫວານຄາວຢ່າງອື່ນໆ. ເມື່ອເຖິງຍາມຖວາຍ ເພິ່ນຈະ ນິມົນພຣະສົງຄ໌ສາມະເນນພາຍໃນວັດມາໂຮມກັນທີ່ຫໍແຈກ, ຫົວໜ້າພາໄຫວ້ພຣະຮັບສີລຈົບແລ້ວ ພຣະສົງສູດຖວາຍພອນ ແລ້ວຈຶ່ງນຳເຂົ້າຈີ່ນັ້ນໃສ່ບາຕ ແລ້ວຍໍໄປຖວາຍພຣະສົງຄ໌ພ້ອມພາເຂົ້າ. ເມື່ອສັນສຳເຣັດແລ້ວ ພຣະສົງຄ໌ໃຫ້ພອນ ອະນຸໂມທະນາ ແລະ ເທສນາຊາດົກ ເຣື່ອງນາງປຸນນະທາສີຖວາຍເຂົ້າຈີ່ແດ່ພຣະພຸທທະເຈົ້າດັ່ງຕໍ່ໄປນີ້ :
ມູນເຫດຂອງບຸນນີ້ ມີໃຈຄວາມວ່າ ພຣະພຸທທະເຈົ້າປະທັບຢູ່ ວັດເຊຕະວັນມະຫາວິຫານ ໃນເມືອງສາວັຕຖີ, ໃນເວລາໃກ້ຈະແຈ້ງ ພຣະອົງໄດ້ເລັງພຣະຍານ ກວດເບິ່ງໃນໝູ່ສັຕໂລກ ກໍປາກົດເຫັນນາງປຸນນະທາສີ ວ່າ ນາງຈະຕ້ອງຕາຍໃນວັນນີ້ແນ່ນອນ ແລະ ຖ້າພຣະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸຄຄະຕິຢ່າງແນ່ແທ້.
ພຣະພຸທທະອົງຊົງມີຄວາມເມຕຕາກະຣຸນາແກ່ສັຕໂລກທຸກໝູ່ເລົ່າ ໃຫ້ພົ້ນຈາກບາບອະກຸສົນ ໃຫ້ໄດ້ບັນລຸເຖິງຄວາມສຸກ ມີມັຄຜົນນິພພານຕາມບາຣະມີຂອງສັຕນັ້ນໆ ວ່າເຄີຍໄດ້ສະສົມບຸນນັ້ນໄວ້ໜ້ອຍຫລາຍປານໃດມາແລ້ວ. ສ່ວນນາງປຸນນະທາສີ ນີ້ກໍເຊັ່ນດຽວກັນວ່າ ຈະຕ້ອງໄປໂຜດນາງກ່ອນທີ່ຈະເສັຽຊີວິດ, ດັ່ງນັ້ນ ພຣະພຸທທະອົງພ້ອມພຣະອານົນທີ່ອຸ້ມບາຕ ຕາມຫລັງ ພຣະອົງ ອອກເດີນທາງມຸ່ງໜ້າໄປທີ່ບ່ອນນາງປຸນນະທາສີ ເຮັດວຽກຢູ່ ເພື່ອໄປບິນທະບາຕ ໂຜດນາງ.
ໃນເມືອງຣາຊຄຣຶນີ້ ມີຍິງຍາກໄຮ້ເຂັນໃຈຢູ່ນາງນຶ່ງ ຊຶ່ງໃນເວລາຕໍ່ມາ ນາງໄດ້ໄປເປັນທາສີຮັບໃຊ້ ເຮືອນເສດຖີຄົນນຶ່ງ ຊື່ວ່າ ນາງປຸນນະທາສີ. ວັນນຶ່ງ ເສດຖີຄົນນັ້ນ ໄດ້ໃຊ້ໃຫ້ນາງໄປຕຳເຂົ້າ ຊຶ່ງນາງກໍຕຳຈົນໝົດມື້ຈົນຮອດຄໍ່າກໍຍັງບໍ່ແລ້ວ. ມື້ຕໍ່ມາ ນາງໄດ້ລຸກແຕ່ເດິກ ໄຕ້ໄຟຕຳເຂົ້າຕໍ່ຈົນຟ້າແຈ້ງ ວຽກຈຶ່ງແລ້ວ, ນາງໄດ້ເອົາຮຳເຂົ້າໂດຍເຮັດເປັນແປ້ງ ປັ້ນແລ້ວ ໄດ້ນຳແປ້ງເຂົ້າ ນັ້ນໄປຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກຜ້າໄວ້ກິນເອງ ແລ້ວກໍຍ່າງໄປຕັກນໍ້າ.
ພໍຍ່າງໄປຫາທ່ານໍ້າ ນາງໄດ້ເຫັນພຣະພຸທທະເຈົ້າ ແລະ ພຣະອານົນ ກໍເລີຍເກີດຄວາມສັທທາ ເຫລື້ອມໃສ ໂດຍມາຄຶດວ່າ ຕົວເຮົານີ້ຕົກທຸກໄດ້ຍາກລຳບາກແສນເຂັນ ທັງກາຍແລະໃຈ ຕ້ອງເປັນທາສີ ອາສັຍເສດຖີລ້ຽງຊີວິດຢູ່ເປັນມື້ເປັນວັນໄປເທົ່ານັ້ນ ກໍເພາະວ່າເຮົາບໍ່ໄດ້ເຮັດບຸນໃຫ້ທານ ຮັກສາສີລໄວ້ໃນຊາດ ປາງກ່ອນ ມາເຖິງຊາດນີ້ ເຮົາຈຶ່ງໄດ້ເດືອດຮ້ອນລຳບາກເຫລືອຫລາຍ ແຕ່ວ່າເຮົາໄດ້ພົບພຣະພຸທທະເຈົ້າແລ້ວ ແຕ່ບໍ່ໄດ້ມີຫຍັງ ມາຖວາຍ ນອກຈາກແປ້ງເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະບໍ່ຄຶດວ່າພຣະພຸທທະອົງຈະຮັບສັນໄດ້ ອີກໃຈນຶ່ງກໍຄຶດວ່າ ພຣະພຸທທະອົງຍ່ອມມີຄວາມເມຕຕາກະຣຸນາອັນຍິ່ງໃຫຍ່ ອາດຈະບໍ່ຖືວ່າເປັນຂອງສົກກະປົກຫລືຕໍ່າ .
ເມື່ອນາງຄຶດໄດ້ດັ່ງນັ້ນ ແລ້ວ ຈຶ່ງຍ່າງ ເຂົ້າໄປຫາພຣະບໍຣົມມະສາສດາວ່າ ພັນເຕ ຂ້າແດ່ພຣະອົງຜູ້ຈະເຣີນ ຂໍພຣະອົງຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນ ຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພຣະພຸທທະອົງໄດ້ເປີດບາຕ ຮັບເອົາເຂົ້າຈີ່ຈາກນາງປຸນນະທາສີ, ນາງກໍຄຶດໃນໃຈວ່າ ພຣະພຸທ ທະອົງຈະເດີນທາງໄປບ້ານເສດຖີ ຍ່ອມຈະມີອາຫານອັນປານີດ ມີກິ່ນຫອມແລະໜ້າສັນທັ້ງນັ້ນ ແລະເຂົ້າຈີ່ທີ່ນາງຖວາຍ ໄປນີ້ ກໍຄົງຈະເອົາໄປຖິ້ມເປັນອາຫານຂອງນົກຂອງກາເປັນແນ່ແທ້.
ພຣະພຸທທະອົງໄດ້ຊາບເຖິງພາວະຈິດຂອງນາງ ຈຶ່ງໄດ້ບອກໃຫ້ພຣະອານົນປູອາສະນະໃຕ້ຮົ່ມໄມ້ແຄມທາງນັ້ນ ແລ້ວນັ່ງສັນ ເຂົ້າຈີ່ກ້ອນນັ້ນໃຫ້ນາງປຸນນະທາສີເຫັນ. ຫລັງຈາກສັນເຂົ້າຈີ່ນັ້ນແລ້ວ,ພຣະອົງຊົງໂຜດນາງປຸນນະທາສີໂດຍ ສະແດງພຣະທັມມະ ເທສນາອະນຸໂມທະນາວ່າ ຂຶ້ນຊື່ວ່າໂພຄະສົມບັດຂອງບຸກຄົນຕະໜີ່ອັນມີຢູ່ໃນມະນຸສໂລກນີ້ ຈະມາກມາຍເປັນໝື່ນເປັນແສນ ຫລືຫລາຍກວ່ານັ້ນກໍ່ຕາມ ຫາປະເສີດເທົ່າກັບເຂົ້າປັ້ນນຶ່ງອັນບຸກຄົນໃຫ້ທານດ້ວຍຄວາມສັທທາບໍ່ໄດ້
ເພາະວ່າໂພຄະຊັບທີ່ມີຢູ່ກັບ ຄົນຕະນີ່ນັ້ນບໍ່ເປັນປໂຫຍດອັນໃດເລີຍ ແມ້ນແຕ່ຕົນເອງຈະກິນກໍຍັງທັງຍາກ ແຖມຍັງຈະໝົດເປືອງໄປລ້າໆ ຄັ້ນຜູ້ຕະນີ່ຄົນນັ້ນ ຕາຍໄປ ສົມບັດເຫລົ່ານັ້ນກໍເປັນຂອງຄົນອື່ນ ແລະກໍບໍ່ໄດ້ຕິດຕາມຕົນໄປສູ່ປາຣະພົບຂ້າງໜ້າ ປຽບທຽບ ກັບທານອັນມີປະມານ ນ້ອຍທີ່ບຸກຄົນນັ້ນໄດ້ຖວາຍແກ່ພຣະອະຣິຍະເຈົ້ານັ້ນເປັນບັນໄດສູ່ສວັນ ສູ່ສຸຄຕິ ແລະເປັນສະບຽງ ລ້ຽງຕົນໄປໃນຫົນທາງທຸລະ ກັນດານໃນຄາວທີ່ຕົນໄດ້ຕາຍໄປແລ້ວ. ເມື່ອພຣະພຸທທະເຈົ້າເທສນາຈົບລົງແລ້ວ ນາງປຸນນະທາສີ ໄດ້ຊ້ອງສາທຸການໃນ ທານສົມບັດ ທີ່ຕົນໄດ້ກະທຳນັ້ນ ແລະ ຂາບລາເພື່ອໄປຕັກນໍ້າຕໍ່.
ດ້ວຍຄວາມຍິນດີ ອີ່ມເອີບໃນບຸນທີ່ຕົນໄດ້ທຳນັ້ນ ເລີຍບໍ່ທັນໄດ້ ເບິ່ງທາງຍ່າງວ່າມີງູເຫົ່າຢູ່ທີ່ນັ້ນ ເລີຍຖືກງູເຫົ່າຕອດທີ່ຕີນ ພິດຮ້າຍໄດ້ແລ່ນໄປທີ່ຫົວໃຈ ເຮັດໃຫ້ນາງປຸນນະທາສີ ເສັຽຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດຢູ່ເມືອງສວັນສເວີຍທິພສົມບັດ ມີນາງຟ້າພັນນຶ່ງເປັນບໍລິວານ ກໍເພາະອະນິສົງທີ່ນາງໄດ້ ຖວາຍເຂົ້າຈີ່ ປັ້ນນັ້ນແກ່ພຣະພຸທທະເຈົ້ານັ້ນແລ.ດ້ວຍເຫດພຽງເທົ່ານີ້ຄົນລາວຊາວພຸທເຮົາຈິ່ງໄດ້ປະຕິບັດສືບຖອດກັນມາຈົນເຖິງປະຈຸບັນນີ້ເອງ.