ຊີວິດຂອງທຸກໆຄົນບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ຕ້ອງຕໍ່ສູ້ກັບໂຊກຊາຕາ ບາງຄົນກໍ່ພົບແຕ່ສິ່ງດີໆແຕ່ກັບອີກຫຼາຍຄົນຕ້ອງຜະເຊີນກັບຊີວິດທີ່ໂຫດຮ້າຍ ຖ້າໃຈແຂງພໍ ແລະສາມາດເອົາຕົວລອດມາໄດ້ ຮູ້ເຂັດລາບ ແລະປ່ຽນແນວຄວາມຄິດໃໝ່ ກ້າວຕໍ່ໄປຕ້ອງສົດໃສກວ່າເກົ່າແນ່ນອນຄືກັບສາວເມ ນັກທຸລະກິດໄທຜູ້ຮັກວັດທະນະທຳລາວຄົນນີ້.
ສຳລັບສາວເມ ເປັນບຸກຄົນທີ່ມີເບື້ອງຫຼັງຊີວິດທີ່ບໍ່ສວຍງາມ ເພິ່ນເປັນຄົນສູ້ຊີວິດມາແຕ່ນ້ອຍ ເຊິ່ງມີສະພາບຈິດໃຈບອບບາງຢູ່ແລ້ວ ຍັງມາພົບຮັກທີ່ບໍ່ສົມຫວັງກັບຄົນທີ່ຄາດວ່າຈະຝາກທັ້ງຊີວິດໄວ້ນຳຈິ່ງເຮັດໃຫ້ລູກຜູ້ຍິງຄົນໜຶ່ງທໍ້ໃຈເຖິງຂັ້ນຈະປິດຊີບໂຕເອງເພື່ອໜີບັນຫາທັ້ງໝົດ ແຕ່ບໍສຳເລັດ ແລະຫຼັງຈາກນັ້ນສາວເມໄດ້ເກີດໃໝ່ອີກຄັ້ງເປັນຄົນໃໝ່ທີ່ເຂັ້ມແຂງ ເບິ່ງຫາເປົ້າໝາຍໃນຊີວິດຈົນກາຍເປັນເຈົ້າຂອງທຸລະກິດຫຼາຍຢ່າງໃນປະຈຸບັນ.
ທຸກມື້ນີ້ ສາວ ກັນນິຊາ ທະນະວໍລະນັນກຸນ ຫຼື ຫຼື ສາວເມ ແມ່ນເປັນຮຸ້ນສ່ວນ ກໍ່ຄືເຈົ້າຂອງ ໂຮງແຮມອະນັນຕະ ຫຼວງພະບາງ ເຊິ່ງໄດ້ລົງທຶນຮ່ວມກັບນັກທຸລະກິດລາວອີກຄົນ ທີ່ລ້ວນເປັນຄົນສູ້ຊີວິດ ຈາກບໍມີບ່ອນຢູ່ສູ່ເສືອຕິດປີກ ດ້ວຍການເອົາດີກັບການສຶກສານັ້ນຄື ທ່ານ ມີໄຊ ຄຳບຸນເຮືອງ ເຈົ້າຂອງໂຮງແຮມ ອະນັນຕະ
ສາວເມເລົ່າວ່າ ເພິ່ນເອງກ່ອນຈະມາຮອດມື້ນີ້ ແມ່ນລອດຕາຍຈາກຫ້ອງມໍລະສຸມ ຍ້ອນອົກຮັກເຖິງຂັ້ນຕ້ອງກິນຢາຂ້າໂຕຕາຍຕ້ອງໃສ່ທໍ່ຊ່ວຍຊີວິດ ຫຼັງຈາກຟື້ນກັບມາຈາກຝັນຮ້າຍນັ້ນ ຕົນໄດ້ລຸກຂຶ້ນມາທົບທວນໂຕເອງໃໝ່ແລ້ວກັດແຂ້ວສູ້ກັບຄວາມຜິດຫວັງເພື່ອໃຫ້ມີຊີວິດທີ່ດີກວ່າ ເພື່ອສ້າງຄຸນຄ່າໃຫ້ໂຕເອງຫຼາຍຂຶ້ນດ້ວຍການລົງມືຫາເງິນຈາກສູນສູ່ 100 ແລະເຊື່ອບໍວ່າ ຄວາມຄຽດຈາກການອົກຮັກນັ້ນໄດ້ປ່ຽນຊີວິດຜູ້ຍິງອ່ອນແອຄົນໜຶ່ງໃນເມື່ອກ່ອນໄປຕະຫຼອດການ.
ເລື່ອງລາວຊີວິດຂອງສາວເມ ຢາກໃຫ້ທຸກຄົນຖືບົດຮຽນ ຢ່າຢືດຕິດກັບຄົນທີ່ບໍໃຫ້ຄ່າກັບເຮົາແຕ່ຈົ່ງເອົາຄວາມໂຊກຮ້າຍຄັ້ງໜຶ່ງໃນຊີວິດນັ້ນມາເປັນແຮງພັກດັນສ້າງຄຸນຄ່າໃຫ້ໂຕເຮົາດ້ວຍການລົງມືເຮັດ ແລະເຮັດໃຫ້ດີກວ່າເກົ່າຢ່າໃຫ້ຊີວິດທີ່ເຄີຍສິ້ນຫວັງຕ້ອງຜິດຫວັງໄປທັ້ງຊາດ.