• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ພົບເຫັນເງິນ 21 ລ້ານກວ່າກີບ ຂອງປະຊາຊົນແຂວງອຸດົມໄຊ ຫລັງນໍ້າຖ້ວມ

ຈາກເຫດເກີດນ້ຳຖ້ວມຊຸໃນຄັ້ງວັນທີ 26 ສີງຫາ 2022 ທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງມະຫາສານແກ່ສັບສີນຂອງປະຊາຊົນ ຢູ່ແຂວງອຸດົມໄຊ ໂດຍສະເພາະແມ່ນຢູ່ 3 ບ້ານຂອງເມືອງຫລາ ຄື: ບ້ານສາມັກຄີໄຊ, ບ້ານໂພນໄຊ ແລະ ບ້ານຫ້ວຍຫຼາ.

ໃນຄວາມສູນເສຍດັ່ງກ່າວ ແຕ່ກໍຍັງພົບຂ່າວດີສຳລັບຄອບຄົວຂອງທ້າວ ພິດໄຊ ອາຍຸ 38 ປີ ອາຊີບພະນັກງານ ອາໃສຢູ່ບ້ານໂພນໄຊ ( ຫລັກ15 ) ເຊິ່ງ ເປັນ 1 ໃນຄອບຄົວທີ່ຖືກກະແສນໍ້າໄຫລຊຸເອົາເຮືອນຂອງລາວໄປ ໃນນັ້ນລວມທັງເງິນຈຳນວນໜຶ່ງ ກໍ່ຖຶກກະແສນໍ້າພັດໄຫລໄປນຳ.


ໃນວັນທີ 7 ກັນຍາ 2022 ທີມງານສຳຫຼວດ ແລະ ຂຸດຂຸມເສົາໄຟຟ້າ ຂອງບໍລິສັດໄຟຟ້າລາວ ໄດ້ສົມທົບກັບທະຫານກອງຄໍ 11 ລົງສຳຫລວດແລວສາຍໄຟຟ້າ ແລະ ຂຸດຂຸມ ເສົາໄຟຟ້າແຮງຕ່ຳ ຈຶ່ງໄດ້ພົບເຫັນ ຖົງເງິນທີ່ດິນຖົມຢູ່ ໃນນັ້ນ ມີເງິນສົດຈຳນວນ 21 ລ້ານກວ່າກີບ ແລະ ມີເງິນຫມັນ 5 ຫມັນ. ຫລັງຈາກນັ້ນໄດ້ແຈ້ງໃຫ້ ປກສ ກຸ່ມບ້ານ, ນາຍບ້ານ ເພື່ອສືບຫາເຈົ້າຂອງ ຈຶ່ງຮູ້ວ່າເປັນຂອງທ້າວ ພິດໄຊ ອາຍຸ 38 ປີ ອາຊີບພະນັກງານ ຢູ່ບ້ານໂພນໄຊ ( ຫລັກ15 ) ເມືອງຫລາ ແຂວງອຸດົມໄຊ.


ດັ່ງນັ້ນ, ທ່ານ ສຸນັນໂທ ສຸວັນນະໄມຕຼີ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາອຸດົມໄຊ ພ້ອມດ້ວຍທີມງານ ຈຶ່ງໄດ້ມອບເງິນຈຳນວນດັ່ງກ່າວຄືນໃຫ້ແກ່ເຈົ້າຂອງ ໂດຍຊ້ອງໜ້າອົງການປົກຄອງບ້ານ.

.


ຂ່າວ : ແສງອາທິດ ນັກຂ່າວແຂວງອຸດົມໄຊ

 

Leave a Reply

Your email address will not be published. Required fields are marked *