• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ເປີດງານບຸນມະໂຫລານກາເຟ​-ຊາ ແລະ ຜົນຜະລິດກະສິກໍາພູພຽງບໍລະເວນ

ໃນລະຫວ່າງວັນທີ 2-​4​ ກຸມພານີ້,​ ແຂວງຈໍາປາສັກ ຮ່ວມກັບ​ ພະແນກ​ອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ, ຄະນະພັກ​-​ອົງ​ການປົກຄອງ​ເມືອງປາກຊ່ອງ​ ແລະ​ ສະມາຄົມກາເຟລາວ​ ໄດ້ຈັດງານບຸນມະໂຫລານກາເຟ-ຊາ​ ພູພຽງບໍລະເວນ​ ປະຈໍາປີ 2023.​

ພິທີເປີດງານຢ່າງເປັນທາງການ ຈັດຂຶ້ນໃນວັນທີ 2 ກຸມພາ ທີ່ຕະຫຼາດສະບາຍດີປາກຊ່ອງ​ ໂດຍການໃຫ້ກຽດເຂົ້າຮ່ວມຂອງ​ ທ່ານ ນາງ ປາ​ນີ ຢາທໍ່​ຕູ້  ຮອງ​ປະ​ທານປະ​ເທດ​,​ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ,​ ທ່ານ ວິໄລວົງ ບຸດດາຄໍາ  ເຈົ້າແຂວງຈໍາປາສັກ ປະທານຈັດງານ,​ ທ່ານ ບຸນແຝງ ພູມມະໄລສິດ  ລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ,​ ຮອງລັດຖະມົນຕີກະຊວງກະສິກຳ-ປ່າໄມ້, ບັນດາທ່ານ ການນໍາແຂວງພາກກາງ, ພາກໃຕ້ ສສ ຫວຽດນາມ, ການນໍາແຂວງຊຽງແຕງ,​ ແຂວງພາວິເຮຍ ຣາຊະອານາຈັກກໍາປູເຈຍ ແລະ ການນໍາຈັງຫວັງອຸບົນຣາຊະທານີ ຣາຊະອານາຈັກໄທ,​ ພໍ່ແມ່ປະຊາຊົນເມືອງປາກຊ່ອງເຂົ້າຮ່ວມ​ຢ່າງຫຼວງຫຼາຍ.

ກິດຈະກໍາພາຍໃນງານ​ ມີການວາງສະແດງກ່ຽວກັບ ກາເຟ-ຊາ ແລະ ສິນຄ້າອື່ນໆ​ທີີ່ເປັນທ່າແຮງຂອງແຂວງ,​ ຂອງເມືອງປາກຊ່ອງ.​ ນອກນີ້​ ຍັງມີການແຂ່ງຂັນການຊົງກາເຟທີີ່ເປັນເອກະລັກ, ມີການແຂ່ງຂັນກິລາ ແລະ ສິລະປະ,​ ມີການວາງສະແດງຮູບພາບວັດທະນະທໍາທີີ່ເປັນເອກະລັກ​ ພາຍໃຕ້ຫົວຂໍ້​ ວັດທະນະທໍາກາເຟ​ ທີີ່ເປັນເອກະລັກທ້ອງຖິ່ນ, ການທ່ອງທ່ຽວສຶກສາເຂດປູກ​-ຜະລິດກາເຟ.​ ງານ​ຄັ້ງນີ້​ ໄດ້ເຊີນຫົວໜ່ວຍທຸລະກິດເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍສິນຄ້າ 34 ຫົວໜ່ວຍ ລວມມີ 58 ຫ້ອງ,​ ປະກອບມີ ຫົວໜ່ວຍກຸ່ມຜູ້ຜະລິດເມືອງປາກຊ່ອງ, ສະຫະກອນກາເຟ​-ຊາ, ບໍລິສັດເກັບຊື້ ແລະ ສົ່ງອອກກາເຟ, ສະມາຄົມກາເຟ, ສະມາຄົມຫັດຖະກໍາ, ໂຮງງານອຸດສາຫະກໍາປຸງແຕ່ງ, ທະນາຄານທຸລະກິດ, ທຸລະກິດຈໍາໜ່າຍພາຫະນະ, ກຸ່ມຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ຜູ້ຈໍາໜ່າຍຜະລິດ ຕະພັນກາເຟ ພາຍໃນແຂວງ,​ ຕ່າງແຂວງ ແລະ ພາກສ່ວນຕ່າງປະເທດ.​

ສິນຄ້າທີ່ນໍາເຂົ້າມາວາງສະແດງ ແລະ ຈໍາໜ່າຍ​ ປະກອບດ້ວຍຜະລິດຕະພັນກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເປັນຕົ້ນແມ່ນຜະລິດຕະພັນກາເຟ, ຊາ, ພືດຜັກ, ເຄື່ອງຫັດຖະກໍາຈັກສານ​ ໄມ້ປ່ອງ​-ຫວາຍ, ຜ້າຝ້າຍ, ຜ້າໄໝ, ການໂຄສະນາແຫຼ່ງທ່ອງທ່ຽວ,​ ພາຫະນະ ແລະ ສິນຄ້າປະເພດຕ່າງໆ ທີ່ທາງອົງການປົກຄອງເມືອງປາກຊ່ອງໄດ້ຊຸກຍູ້ເຂົ້າມາຮ່ວມງານ ຈໍານວນ 100 ຮ້ານ. ມູນຄ່າສິນຄ້າທີ່ນໍາເຂົ້າມາວາງສະແດງ ແລະ ຈໍາ ໜ່າຍໃນງານ ປະມານ 5 ຕື້ກີບ, ຄາດຄະເນຈະມີເງິນໝູນວຽນໃນແຕ່ລະວັນ ປະມານ 11,5 ຕື້ກີບ.​ ໃນງານ​ ຍັງມີກອງປະຊຸມສາກົນ ເພື່ອສົ່ງເສີມການຄ້າ-ການລົງທຶນ ທັງເປັນການເຜີຍແຜ່ແນວທາງນະໂຍບາຍ ແລະ ຍຸດທະສາດການພັດທະນາກາເຟລາວ ໃຫ້ຍືນຍົງ ແລະ ຂະຫຍາຍຕົວ.​

ຈຸດປະສົງ​ໃນການຈັດງານຄັ້ງນີ້ ກໍເພື່ອເປັນ​ການສືບຕໍ່ຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ​-ສັງຄົມຂອງແຂວງ ກໍຄືແຜນພັດທະນາວຽກງານຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ຄັັ້ງທີ IX ຂອງແຂວງຈໍາປາສັກ ໃນການຊຸກຍູ້ສົົ່ງເສີມການຜະລິດເປັນສິນຄ້າຢູ່ພາຍໃນໃຫ້ເຂັ້ມແຂງ ທັງເປັນການສືບຕໍ່ຜັນຂະຫຍາຍໂຄງການງານບຸນກາເຟ​-ຊາ ພູພຽງບໍລະເວນ​ ໃນແຕ່ລະປີ ຕິດພັນກັບການສົົ່ງເສີມດ້ານການຕະຫຼາດ ໃຫ້ໄດ້ຮັບການຈັດຕັັ້ງປະຕິບັດຢ່າງເປັນລະບົບຕໍ່ເນື່ອງ ແລະ ກາຍເປັນບຸນປະເພນີຂອງແຂວງ,​ ເປັນການໂຄສະນາເຄືີ່ອງໝາຍການຄ້າກາເຟແຂວງຈໍາປາສັກ, ພັດທະນາກາເຟຄຸນນະພາບສູງ, ປະກອບສ່ວນຍົກລະດັບຄຸນຄ່າ ແລະ ຢັ້ງຢືນເຖິງຖານະບົດບາດກາເຟຂອງແຂວງຈໍາປາສັກ​ ຢູ່ໃນເວທີຕະຫຼາດໂລກ​ ທັງເປັນການຍົກສູງ,​ ເຊີດຊູຜູ້ປູກ, ປຸງແຕ່ງ ແລະ ຜູ້ດໍາເນີນທຸລະກິດກາເຟ, ປຸກລະດົມການມີສ່ວນຮ່ວມ​ ໃນການພັດທະນາການປູກ ແລະ​ ຂະບວນການຜະລິດກາເຟ ຢູ່ ສປປ ລາວ ເວົ້າລວມ,​ ເວົ້າສະເພາະ ຢູ່ເຂດທ້ອງຖິ່ນແຂວງຈໍາປາສັກ.

ນອກນີ້​ກໍເພື່ອນໍາສະເໜີຮູບພາບທີີ່ເປັນເອກະລັກກ່ຽວກັບວັດທະນະທໍາກາເຟ ທີີ່ຕິດພັນຄຽງຄູ່ກັບຄົນລາວເຮົາ, ບັນດາພື້ນຖານ, ທ່າແຮງ ແລະ ການທ່ອງທ່ຽວ,​ ດຶງດູດບັນດານັກລົງທຶນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີີ່ເດີນທາງເຂົ້າມາຢ້ຽມຢາມທ້ອງຖິ່ນແຂວງຈໍາປາສັກ​ ທັງເປັນການແລກປ່ຽນບັນດາມາດຕະການ​ ໃນການຈັດຕັ້ງປະຕິບັດ​ ການເຊືີ່ອມໂຍງການຄ້າ​ ແລະ​ ວິທີການພັດທະນາຂະບວນການຜະລິດຕ່າງໆ.
ຕອນ​ທ້າຍ​ພິທີ​ ກໍມີການຕັດແຖບຜ້າເປີດງານ​ ໂດຍການໃຫ້ກຽດຕັດແຖບຜ້າຂອງ ທ່ານນາງ ປາ​ນີ ຢາທໍ່​ຕູ້,​ ທ່ານ ສົມມາດ ພົນເສນາ,​ ທ່ານ ວິໄລວົງ ບຸດດາຄໍາ.​ ພ້ອມນີ້​ ທ່ານຮອງປະ​ທານປະ​ເທດ​ແຫ່ງ ສປປ ​ລາວ​ ຍັງໄດ້ໃຫ້ກຽດລັ່ນຄ້ອງ 9​ ບາດ​ ເພື່ອເປັນນິມິດໝາຍອັນດີ ແລະ​ ສິລິມຸງຄຸນແກ່ການເປີດງານ.​ ຈາກນັ້ນ,​ ການນໍາ​ພັກ​-ລັດ​ ທັງຈາກສູນກາງ ແລະ​ ທ້ອງຖິ່ນ​ ພ້ອມດ້ວຍ​ແຂກທີ່ເຂົ້າຮ່ວມງານ​ ກໍໄດ້ທ່ຽວຊົມຮ້ານວາງສະແດງ​ ແລະ​ ຈໍາໜ່າຍ​ສິນຄ້າ​ ຕື່ມອີກ.​

(ຂ່າວ​-ພາບ​: ທູນທອງໃຈ)

Leave a Reply

Your email address will not be published. Required fields are marked *