ສູນຂ່າວພະລັງງານ ແລະ ບໍ່ແຮ່ ພິທີມອບ-ຮັບ ຕຳແໜ່ງເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ກຸມພາ 2023 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.
ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ. ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າສໍານັກງານນາຍົກລັດຖະມົນຕີ, ບັນດາ ທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນທີ່ຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ ສະຫາຍ ວີສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິຕິກຳທີ່ກ່ຽວຂ້ອງເປັນຕົ້ນແມ່ນ: ຄຳສັ່ງຂອງກົມການເມືອງສູນກາງພັກ, ລັດຖະດໍາລັດຂອງປະທານປະເທດ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງການນຳຂັ້ນສູງຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ໃນນີ້ໄດ້ຕົກລົງຍົກຍ້າຍ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ.
ຍົກຍ້າຍ, ແຕ່ງຕັ້ງ ສະຫາຍ ປອ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສາລະວັນ ມາຮັບໜ້າທີ່ໃໝ່ເປັນເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່. ຫຼັງຈາກນັ້ນ, ກໍ່ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.
ຕອນທ້າຍຂອງພິທີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນ ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະ2ປີຜ່ານມານີ້ພາຍໃຕ້ການນຳພາຂອງ ສະຫາຍ ປອ. ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ເກົ່າ ຊຶ່ງໄດ້ພ້ອມກັບໝູ່ຄະນະ ແລະ ພະນັກງານ, ລັດຖະກອນ, ກຳມະກອນ ບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງ, ຜ່ານຜ່າຄວາມຫຍຸ້ງຍາກເຮັດສຳເລັດໜ້າທີ່ການເມືອງອັນມີກຽດຂອງພວກສະຫາຍ.