• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ທ່ານ ສັນຕິພາບ ພົມວິຫານ ຂຶ້ນຮັບໜ້າທີ່ລັດຖະມົນຕີກະຊວງການເງິນ ຢ່າງເປັນທາງການ

ພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ລະຫວ່າງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ກັບ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຜູ້ໃໝ່ ຈັດຂຶ້ນໃນວັນທີ 3 ກຸມພາ 2023 ທີ່ຫ້ອງປະຊຸມໃຫຍ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ ຮອງລັດຖະມົນຕີ, ອະດີດການນໍາກະຊວງການເງິນ ແລະ ບັນດາຫົວໜ້າກົມຮອງກົມອ້ອມ ຂ້າງກະຊວງການເງິນເຂົ້າຮ່ວມ.

ໃນພິທີ, ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກໍຕ່າງໆ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງຂອງກະຊວງການເງິນ ເປັນຕົ້ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ເຊິ່ງໄດ້ຕົກລົງຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ ແລະ ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ເປັນ ເປັນເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການເງິນຜູ້ໃໝ່.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ໃຫ້ກຽດໂອ້ລົມວ່າ: ການຊັບຊ້ອນໜ້າທີ່ຕໍາແໜ່ງລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນແມ່ນເປັນເລື່ອງປົກກະຕິ ເພືື່ອສ້າງເງື່ອນໄຂໃຫ້ພະນັກງານນໍາພາ-ຄຸ້ມຄອງ ຍຸດທະສາດຂອງພັກ-ລັດ ໃຫ້ມີປະສົບການເຮັດວຽກຕົວຈິງ ຈາກການປະຕິບັດພຶດຕິກໍາຕົວຈິງ, ການລົງໄປທ້ອງຖິ່ນເປັນຜູ້ນໍາສູງສຸດຢູ່ຂັ້ນທ້ອງຖິ່ນ ກໍ່ເພື່ອໄປເອົາປະສົບການ.

ພ້ອມນັ້ນທ່ານຍັງເນັ້ນທ່ານລັດຖະມົນຕີຜູ້ໃໝ່ ສືບຕໍ່ນໍາພາຈັດຕັ້ງປະຕິບັດວຽກງານການເງິນ ໃຫ້ມີຜົນສໍາເລັດ ແລະ ປັບປຸງແກ້ໄຂບັນຫາຄົງຄ້າງໃນສະພາບປັດຈຸບັນ ທີ່ເສດຖະກິດມີຄວາມຫຍຸ້ງຍາກ ຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ມີຄວາມທັນສະໄໝ ຄົ້ນຄວ້ານະໂຍບາຍຟື້ນຟູເສດຖະກິດ ແລະ ອື່ນໆ.

 

Leave a Reply

Your email address will not be published. Required fields are marked *