• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ເປີດຕົວແລ້ວ! ທ່ານ ວຸດທິວັດ ຫົວໜ້າຄູຝຶກຄົນໃໝ່ຂອງ ມາສເຕີ 7 ເອັຟຊີ ຫວັງແຊ້ມລາວລີກ 1

ຫຼ້າສຸດ ເມື່ອວັນທີ 3 ກຸມພາ 2023 ທີ່ບໍລິສັດ ມາສເຕີ 7 ( ບ້ານດົງຄໍາຊ້າງ ) ໄດ້ມີພິທີເປີດຕົວຄູຝຶກ ມາສເຕີ 7 ເອັຟຊີ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານສະໂມສອນ ມາສເຕີ 7 ເອັຟຊີ ແລະ ທ່ານ ວຸດທິວັດ ແດງສະເໝີກຽດ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ວຸດທິວັດ ແດງສະເໝີກຽດ ຫົວໜ້າຄູຝຶກຄົນໃໝ່ຂອງ ມາສເຕີ 7 ເອັຟຊີ ກ່າວໃນພິທີວ່າ: ສໍາລັບປະສົບການຂອງຕົວເອງເຄີຍຄຸມທີມຊາດໄທ ແລະ ສະໂມສອນໃນລີກສູງສຸດຂອງປະເທດໄທ ກໍສາມາດພາທີມຄວ້າແຊ້ມມາລີກສູງສຸດມາໄດ້ໃນສະໄໝນັ້ນ, ແນ່ນອນການທີ່ເລືອກມາຄຸມ ມາສເຕີ 7 ເອັຟຊີ ກໍເປັນຢູ່ໃນເສັ້ນທາງ ແລະ ແນວຄິດ ລວມເຖິງຍຸດທະສາດໃນທາງດຽວກັນ ໂດຍສະເພາະແມ່ນການພັດທະນານັກເຕະໜຸ່ມນ້ອຍ, ພັດທະນາທີມ ແລະ ພັດທະນາວົງການບານເຕະລາວ.

ສໍາລັບ ຜົນງານຂອງ ທ່ານ ວຸດທິວັດ ແດງສະເໝີກຽດ ໂດດເດັ່ນທີ່ສຸດຄື:
– ປີ 1981 ເຮັດຫນ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 16 ປີ.
– ປີ1982 ເຮັດໜ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 19 ປີ.
– ປີ1982 – 1989 ເຮັດໜ້າທີ່ໃນການຄຸມທີມຊາດໄທ ຊຸດໃຫຍ່.
-ປີ 1992 – 1993 ນໍາພາສະໂມສອນ Krung Thai Bank ຄວ້າແຊັມ DIVISION 2 King’s Cup Winner (1993).

-ປີ 1998 – 1999 ນໍາພາສະໂມສອນ Krung Thai Bank FC ຄວ້າແຊັມ DIVISION 1 Champion (1999).
– ປີ 2003 – 2005 ນໍາພາສະໂມສອນ Krung Thai Bank FC ຄວ້າແຊັມ Thai Premier League ( 2 ປີຊ້ອນ ) ແລະ King’s Cup Winner ( 2 ປີຊ້ອນ ).
– ພາທີມຄວ້າສິດເຂົ້າຮ່ວມ AFC Champion League 2004
– ພາທີມຄວ້າສິດເຂົ້າຮ່ວມ AFC Champion League 2005.
– ປີ 2009 ເຮັດຫນ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 12 ປີ ແລະ 14 ປີ

Leave a Reply

Your email address will not be published. Required fields are marked *