ຄົນນີ້ກໍ່ພິລຶກ ຮູ້ວ່າປາກຕ້ອງກິນທ້ອງຕ້ອງຢາກແຕ່ບໍຄິດທຳມາຫາກິນ ບາດໄປລັກຂອງຄົນອື່ນນີ້ເກັ່ງຄັກ ອີຕົນຄວາຍ ອີຕົນທັງເຈົ້າຂອງລ້ຽງມາແຍງແຕ່ລະມື້ສຸດທ້າຍຖືກພວກອຶດຫິວລົ້ມສາ ຄົນແບບນີ້ຈະລົງໂທດແບບໃດດີ.
ສັງຄົມຮູ້ຂ່າວເລື່ອງລັກຂ້າຄວາຍໃຜກໍ່ຄັບແຄ້ນແໜ້ນໃຈບອກວ່າ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈັດໜັກ ຈັດເຕັມໃຫ້ແດ່ ມັກເອົາຂອງຄົນອຶ່ນມາເປັນຂອງໂຕເອງ ແມ່ນໃຜກໍຫາກິນຄືກັນຊົ່ວວ່າຊິໄດ້ມາ ມັນບໍ່ແມ່ນເລື່ອງງ່າຍ ໆ.
ເຫດການລັກຂ້າຄວາຍເກີດຂຶ້ນໃນວັນທີ 8 ກັນຍາ 2022 ແລະໂຈນຜູ້ກໍ່ເຫດແມ່ນຖືກຈັບໄດ້ແລ້ວ ລັກຂ້າຄວາຍເອົາຊີ້ນ ໄປເຮັດຊອຍຈຸ ຢູ່ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄຳໄຊ.
ຈັກຊິວ່າແນວໃດດີ ຖ້າຢາກແຮງບໍ່ມີເງິນຊື້ກໍ່ໄປກູ້ຢືມຈັກແສນສອງແສນໄປຊື້ຢູ່ຕະຫຼາດມາກິນກໍອີ່ມແລ້ວ ລະກໍຫາເງິນຄືນເພິ່ນແບບນີ້ຈະດີກວ່າໄປລັກຂ້າຂອງຄົນອື່ນແລ້ວມາຖືກຈັບໃສ່ຄຸກ ເສຍທັ້ງເງິນໃຊ້ໜີ້ຄວາຍເປັນມູນຄ່າຫຼາຍລ້ານ ແລະເສຍໜ້າເສຍກຽດສັກສີຄວາມເປັນຄົນອີກບໍ່ຄຸ້ມເລີຍ.