• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ກຽມປັບໃໝ່ກົດໝາຍຄວບຄຸມຮ້ານບັນເທິງ ໃຜມັກຂອງແປກລະວັງໄວ້

ByAdmin S

Feb 2, 2023

ການໄປຫຼິ້ນຮ້ານບັນເທິງເປັນເຫດຜົນຂອງຄົນມັກມ່ວນ ແລະປະຈຸບັນຈຳນວນໜຶ່ງແມ່ນໄດ້ນຳໃຊ້ສານເສບຕິດເຂົ້າໄປນຳ ເຊິ່ງມີບາງກໍລະນີເປັນເລື່ອງເປັນລາວຂຶ້ນມາ ເຊິ່ງບັນຫານີ້ ພາກສ່ວນກ່ຽວຂ້ອງແມ່ນຈະປັບປຸງຄືນກົດໝາຍທີ່ເປັນເຄື່ອງມືຈັດການກັບບັນຫາເຫຼົ່ານັ້ນໃຫ້ເຄັ່ງຄັດຮັດກຸມຫຼາຍຂຶ້ນ.

May be an image of 11 people

ກອງປະຊຸມປຶກສາຫາລືລະຫວ່າງ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ກ່ຽວກັບການຄຸ້ມຄອງທຸລະກິດທ່ອງທ່ຽວ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທີ່ເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ (ນວ)ຈັດຂຶ້ນວັນທີ 2 ກຸມພາ 2023 ທີ່ພະແນກດັ່ງກ່າວໂດຍມີຕົວແທນຈາກກະຊວງຖະແຫຼງຂ່າວຜູ້ຄຸ້ມຄອງມະຫາພາກ, ຖະແຫຼງຂ່າວນະຄອນຫຼວງ ແລະ ຫົວໜ້າຂະແໜງ ຫ້ອງການ ຖວທ 9 ຕົວເມືອງ ພ້ອມດ້ວຍ ເຈົ້າໜ້າທີ່ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No photo description available.

ການຈັດກອງປະຊຸມໃນຄັ້ງນີ້ຈັດຂຶ້ນເພື່ອພ້ອມກັນສຸມໃສ່ປຶກສາຫາລືແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນ ຮ້ານອາຫານ ແລະ ບັນເທິງ ຮ້ານກິນດື່ມ ແລະ ອື່ນໆທີ່ກໍໃຫ້ເກີດສຽງເນື່ອງນັນລົບກວນປະຊາຊົນທີ່ຢູ່ໃກ້ຄຽງ ແລະ ເວລາເປີດ-ປິດຂອງບັນດາຮ້ານບັນເທິງທີ່ຍັງມີຮ້ານບັນເທິງ ຮ້ານອາຫານ ເປີດກາຍໂມງກາຍເວລາທີ່ໄດ້ຮັບອະນຸຍາດ ພ້ອມທັງປຶກສາຫາລືໃນການແກ້ໄຂບັນຫາການເກີດປະກົດການຫຍໍທໍ້ທາງດ້ານຕ່າງໆ ໂດຍສະເພາະ ບັນຫາການການນຳໃຊ້ຢາເສບຕິດທີ່ເກີດຂຶ້ນຢູ່ບາງສະຖານບັນເທິງ.

May be an image of 13 people and people standing

ເວົ້າລວມແລ້ວໃນການປຶກສາຫາລືໃນຄັ້ງນີ້ກໍເພື່ອໃຫ້ມີຄວາມເອກະພາບໃນການຮ່ວມກັນແກ້ໄຂ ເພື່ອໃຫ້ການປະສານງານລະຫວ່າງ ພະແນກ ຖວທ ນວ ແລະ ເຈົ້າໜ້າທີ່ໃຫ້ມີຄວາມສອດຄ່ອງຂຶ້ນ ພ້ອມນັ້ນພາກສ່ວນທີ່ກ່ຽວຂ້ອງກໍໄດ້ຮ່ວມກັນພິຈາລະນາ ແລະ ປັບປຸງນິຕິກຳທີ່ຈັດຕັ້ງປະຕິບັດຜ່ານມາເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ ແລະ ຈະຄຳເອົາຄຳຄິດເຫັນຕ່າງໆທີ່ໄດ້ຈາກການປຶກສາຫາລືໃນຄັ້ງນີ້ນຳມາຂຽນເປັນນິຕິກຳລະອຽດສະເໜີຕໍ່ຂັ້ນເທິງພິຈາລະນາເພື່ອເພີ່ມປະສິດທິຜົນໃນການຄຸ້ມຄອງຫົວໜ່ວຍທຸລະກິດດັ່ງກ່າວ.

 

Leave a Reply

Your email address will not be published. Required fields are marked *