• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ຄະນະບໍລິຫານງານ ສຕລ ຢ້ຽມຢາມໃຫ້ກໍາລັງໃຈ ດາໝົດ ທອງຄໍາສະຫວັດ

ດ້ວຍຄວາມເອົາໃຈໃສ່ເປັນຫ່ວງເປັນໃຍ ຕໍ່ນັກກິລາ ທີມຊາດລາວ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ນຳໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ດຣ.ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ.

ໄດ້ເດີນທາງໄປຢ້ຽມຢາມໃຫ້ກໍາລັງໃຈ  ດາຫມົດ ທອງຄຳສະຫວັດ ນັກກິລາກອງກາງຕົວຫລັກ ທີມຊາດລາວU20 ທີ່ມີອາການບາດເຈັບໃນໄລຍະການຝຶກຊ້ອມ , ເຖິງກັບໄດ້ຜ່າຕັດກະດູກມີດຫັກ ເຊິ່ງໄດ້ປິ່ນປົວຜ່າຕັດເປັນທີ່ຮຽບຮ້ອຍແລ້ວຢູ່ທີ່ ໂຮງຫມໍມິດຕະພາບ.


ປັດຈຸບັນ ດາຫມົດ ໄດ້ກັບມາຮັກສາອາການບາດເຈັບຢູ່ກັບທີມ.


ຂໍຂອບໃຈ ແພດຫມໍ ທີ່ໄດ້ເອົາໃຈໃສ່ໃນການປິ່ນປົວຮັກສາ ແລະ ຄ່າໃຊ້ຈ່າຍຕ່າງໆ ແມ່ນ ສະຫະພັນບານເຕະແຫ່ງຊາດລາວ ແມ່ນເປັນຜູ້ຮັບຜິດຊອບ.

ທີ່ມາ:ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

Leave a Reply

Your email address will not be published. Required fields are marked *