ພາຍຫຼັງທີ່ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະ ແຫ່ງຊາດລາວ ໄດ້ຮັບການເລືອກຕັ້ງ ເປັນຄະນະບໍລິຫານງານ ສະຫະພັນບານເຕະນາໆຊາດ ຫລື FIFA ສົກປີ 2023-2027 ທີ່ ກອງປະຊຸມໃຫຍ່ ສະຫະພັນບານເຕະອາຊີ ຄັ້ງທີ 33 ທີ່ປະເທດບາເຣນ. ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຖືກສະເໜີ ຊື່ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າເລືອກຕັ້ງ ໃນຕຳແໜ່ງຄະນະບໍລິຫານງານ FIFA ຫລື FIFA Council Member ໂດຍຕຳແໜ່ງດັ່ງກ່າວແມ່ນຈະເປັນຕົວແທນຈາກທະວີບອາຊີ ໃນເວທີບໍລິຫານກິລາບານເຕະລະດັບໂລກ ເຊິ່ງຕົວແທນ ຈາກທະວີບອາຊີ ຈະມີ 6 ທ່ານ ທີ່ຕ້ອງຜ່ານການເລືອກຕັ້ງຈາກຊາດສະມາຊິກຂອງ ສະຫະພັນບານເຕະອາຊີ ໂດຍບັນດາທ່ານ ທີ່ຖືກເລືອກຕັ້ງໃນຄັ້ງນີ້ໄດ້ແກ່ ( ເບິ່ງຄລິບ)
ຫຼ້າສຸດ ມື້ນີ້ວັນທີ 2 ກຸມພາ 2023 ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ໂພສຂອບໃຈ ເຖິງການໄດ້ຮັບຕໍາແໜ່ງດັ່ງກ່າວວ່າ: ພາກພູມໃຈເປັນທີ່ສຸດ ທີ່ຂ້າພະເຈົ້າໄດ້ຮັບເລືອກຕັ້ງໃຫ້ເປັນ ຄະນະບໍລິຫານງານ ສະຫະພັນບານເຕະ ນານາຊາດ ຫລື FIFA ເຊິ່ງເປັນອົງກອນບໍລິຫານກິລາບານເຕະທີ່ສູງສຸດໃນໂລກ. ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ກັບການສະໜັບສະໜູນຈາກບັນດາຊາດສະມາຊິກບານເຕະອາຊີ ທີ່ມອບຄວາມໄວ້ວາງໃຈໃຫ້ແກ່ຂ້າພະເຈົ້າ ເປັນຕົວແທນ ຈາກທະວີບອາຊີ ໃນເວທີບໍລິຫານກິລາລະດັບໂລກ. ທີ່ສຳຄັນທີ່ສຸດແມ່ນ ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ທີ່ຍາມໃດກໍສົ່ງເສີມ ແລະ ມອບໂອກາດທີ່ເປັນກຽດໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າ ຈະປະຕິບັດຫນ້າທີ່ອັນຊົງກຽດນີ້ ຢ່າງສຸດຄວາມສາມາດ ແລະ ສ້າງຄວາມພາກພູມໃຈໃຫ້ແກ່ ປະເທດຊາດຕໍ່ໄປ.
ສໍາລັບ 6 ທ່ານ ທີ່ຕ້ອງຜ່ານການເລືອກຕັ້ງຈາກຊາດສະມາຊິກຂອງ ສະຫະພັນບານເຕະອາຊີ ໂດຍບັນດາທ່ານ ທີ່ຖືກເລືອກຕັ້ງໃນຄັ້ງນີ້ໄດ້ແກ່
1. ທ່ານ ນາງກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ
2. ທ່ານ Hamad bin Khalifa bin Ahmed al-Thani ປະທານ ສະຫະພັນບານເຕະກາຕ້າ
3. ທ່ານ Yasser Al-Misehal ປະທານ ສະຫະພັນບານເຕະຊາອຸດິອາເຣເບຍ
4. ທ່ານ Kozo Tashima ປະທານ ສະພັນບານເຕະຢີ່ປຸ່ນ
5. ທ່ານ Mariano V. Araneta ປະທານ ສະຫະພັນບານເຕະຟິລິບປິນ
6. ທ່ານ Datuk Hamidin Mohd Amin ປະທານສະຫະພັນບານເຕະມາເລເຊຍ
ທັ້ງນີ້ ທ່ານ ນາງ ກັນຍາ ແກ້ວມະນີ້ ແມ່ນສະມາຊິກຈາກປະເທດລາວຄົນທຳອິດທີ່ ໄດ້ຮັບຕຳແໜ່ງໃນການເປັນຄະນະບໍລິຫານງານ FIFA ເຊິ່ງປັດຈຸບັນຖືວ່າເປັນ ອົງກອນກິລາທີ່ໃຫຍ່ທີ່ສຸດໃນໂລກ ຮັບຜິດຊອບການພັດທະນາກິລາບານເຕະ ແລະ ຈັດການແຂ່ງຂັນກິລາຍອດນິຍົມສູງສຸດໃນໂລກ ກໍຄື ການແຂ່ງຂັນບານໂລກ ຫລື FIFA World Cup.