• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ທຸ່ມງົບ 175 ລ້ານໂດລາ ສ້າງສະໜາມບິນສາກົນບໍ່ແກ້ວ ຕອນນີ້ໃກ້ສຳເລັດແລ້ວ

ເຂດສາມຫຼ່ຽມຄຳ ການພັດທະນາໂຄງຮ່າງພື້ນຖານແມ່ນກ້າວຂຶ້ນໄປໃນທຸກໆວັນ ນອກຈາກຜູ້ພັດທະນາຈະເອົາໃຈໃສ່ການອອກແບບແຜນຜັງເຂດໃຫ້ສວຍງາມແລ້ວ ແຕ່ລະໂຄງການກໍ່ສ້າງແມ່ນມີຄວາມຄືບໜ້າດີສົມຄວນ ເວົ້າສະເພາະສະຫນາມບິນສາກົນບໍ່ແກ້ວ ໃຊ້ເວລາກໍ່ສ້າງພຽງ 1 ປີກວ່າໆ ມາຮອດຕອນນີ້ແມ່ນສາມາດໃຫ້ຍົນລົງຈອດໄດ້ແລ້ວ ເຖິງຍັງບໍ່ທັນເປີດເຕັມຮູບແບບແຕ່ນີ້ເປັນບາດກ້າວທີ່ດີຂອງການພັດທະນາ.
ການກໍ່ສ້າງສະໜາມບິນບໍ່ແກ້ວຕາມແຜນແມ່ນຈະໃຫ້ສ້າງສຳເລັດໃນໄລຍະເວລາ 18 ເດືອນນັບຈາກມື້ລົງມືກໍ່ສ້າງວັນທີ 20 ກັນຍາ 2020 ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການກໍ່ສ້າງຫຼ້າຊ້າກວ່າແຜນທີ່ວາງໄວ້.

ໂຄງການກໍ່ສ້າງສະຫນາມບິນສາກົນບໍ່ແກ້ວ ແມ່ນເປັນເປົ້າຫມາຍຂອງການພັດທະນາໂຄງລ່າງພື້ນຖານ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ເສີມສ້າງການ ຄົມມະນາຄົມຂົນສົ່ງ ທາງອາກາດ ໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ, ອໍານວຍຄວາມ ສະດວກໃນການລົງທຶນ, ການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມ ໃນການພັດທະນາ ພື້ນຖານໂຄງລ່າງຂອງພາກເຫນືອ ໂດຍສະເພາະແຂວງບໍ່ແກ້ວ. ໂຄງການກໍ່ສ້າງສະຫນາມບິນສາກົນບໍ່ແກ້ວ ແມ່ນການລົງທຶນຂອງພາກເອກະຊົນ ບໍລິສັດ Greater Bay Area Investment and Development (hk) Ltd ມີອາຍຸສຳປະທານ50 ປີ.

ທ່ານ ຈື່ຊົງ ຈົງຢາ ຫົວໜ້າຄະນະປະສານງານຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ ຄະນະຄຸ້ມຄອງໂຄງການກໍ່ສ້າງສະໝາມບິນສາກົນບໍ່ແກ້ວ ກົມການບິນພົນລະເຮືອນ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ສຳພາດບໍ່ດົນມານີ້ວ່າ: ໂຄງການນີ້ ແມ່ນເນັ້ນການກໍ່ສ້າງໃຫ້ໄດ້ຕາມມາດຖານຄວາມປອດໄພຂອງ ກົມການບິນພົນລະເຮືອນ ແລະ ມາດຕະຖານຂອງອົງການ ການບິນພົນລະເຮືອນສາກົນ (ICAO) ວາງອອກ ຄື: ຂະຫນາດຂອງສະຫນາມບິນ ທີ່ມີລະຫັດຫມາຍເລກ ແລະ ຕົວອັກສອນ 4C (Aerodrome Code : 4C).

ທາງແລ່ນຂຶ້ນ-ລົງ ຂອງເຮືອບິນມີຄວາມຍາວ 2.500 ແມັດ, ກວ້າງ 45 ແມັດ, ແລະ ບ່າທາງແລ່ນຂຶ້ນ-ລົງ ເບື້ອງລະ 7,5 ແມັດ ສາມາດຮອງຮັບເຮືອບິນຂະຫນາດ Boing 737-900ER, Airbus A320/ A321 ເຮືອບິນຊະນິດຕ່າງໆ ທີ່ສາມາດຮອງຮັບຜູ້ໂດຍສານໄດ້ 200 ບ່ອນນັ່ງລົງມາ

ການກໍ່ສ້າງມາຮອດປັດຈຸບັນ ແມ່ນຄືບໜ້າ 90% ແຕ່ວ່າຈະສາມາດເປີດບໍລິການໄດ້ຢ່າງເປັນທາງການນັ້ນກໍຍັງຕ້ອງໃຊ້ເວລາດົນພໍສົມຄວນແລະຍັງບໍ່ສາມາດກຳນົດວັນເວລາໄດ້ເທື່ອ ເພາະຂະບວນການຕໍ່ໄປແມ່ນການຕິດຕັ້ງລະບົບຄວາມປອດໄພຕ່າງໆ ເ ເຊິ່ງຈະຕ້ອງໃຊ້ເວລາດົນສົມຄວນ ເຊິ່ງປັດຈຸບັນອຸປະກອນບາງຊະນິດໄດ້ມີການສັ່ງຊື້ໄປແລ້ວ.

ຢ່າງໃດກໍຕາມໂຄງການກໍມີແຜນທີ່ຈະຕໍ່ເຕີມທາງແລ່ນຂຶ້ນ-ລົງ ໃນອະນາຄົດອີກ ເພື່ອສາມາດຮອງຮັບ ເຮືອບິນຂະຫນາດ Boing 747 ພາຍໃນອາຄານຜູ້ໂດຍສານ ທັງຂາເຂົ້າ ແລະ ຂາອອກ ສາມາດ ຮອງຮັບໄດ້ຜູ້ໂດຍສານ 600ຄົນ ໃນເວລາດຽວກັນ ແລະ ຈະສາມາດຮອງຮັບຜູ້ໂດຍສານໄດ້2ລ້ານຖ້ຽວຄົນຕໍ່ປີ.

ໂຄງການແມ່ນຕັ້ງຢູ່ຫ່າງຈາກເຂດເສດຖະກິດ ພິເສດສາມຫຼ່ຽມຄໍາພຽງ 5 ກິໂລແມັດ ແລະ ຫ່າງຈາກເທດສະບານເມືອງ ຕົ້ນເຜິ້ງ ປະມານ 7 ກິໂລແມັດ.

ປັດຈຸບັນໄດ້ເປີດໃຫ້ມີຖ້ຽວບິນທີ່ບິນທາງດ້ານເຕັກນິກ(ຈະບິນຕ້ອງເຊັ່ນໃບອະນຸຍາດຈາກຂະແໜງກ່ຽວຂ້ອງ)ເພື່ອຂົນສົ່ງຜູ້ໂດຍສານທີ່ເໝົາຖ້ຽວບິນສະເພາະ ມີສອງສາຍການບິນຄື ການບິນລາວ ແລະ ລາວສະກາຍເວ.

ແລ່ງທີມາ:ວຽງຈັນໃໝ່, ລາວສະຕາ

Leave a Reply

Your email address will not be published. Required fields are marked *