ສະໂມສອນ MASTER 7 FC ປະກາດຜ່ານເພຈ໌ບຸກທາງການວ່າ: ຮູ້ສຶກຍິນດີໃນການແຕ່ງຕັ້ງ ທ່ານ วุฒิวัฒน์ แดงเสมอเกียรติ์ ຄູຝຶກສັນຊາດໄທ🇹🇭 ຂື້ນເປັນຫົວໜ້າຄູຝຶກ ເພື່ອລ່າແຊ້ມ ລາຍການແຂ່ງຂັນແປັບຊີລາວພຣີເມຍລີກ ( ລາວລີກ1 ) ລະດູການ2023 🏆
ເຊີ່ງທາງ ທ່ານ วุฒิวัฒน์ แดงเสมอเกียรติ์ ເປັນຄູຝຶກໄວ 62 ປີ ມີປະສົບການສຸງໃນການຄຸມທີມມາແລ້ວໃນຫຼາຍລະດັບ, ໄດ້ຕັດສິນໃຈຂ້າມຝັ່ງຂອງກ້າວເຂົ້າສູ່ຄວາມທ້າທາຍໃຫມ່ໃນການຄຸມທັບ Master7 FC ໃນລາຍການແຂ່ງຂັນແປັບຊີລາວພຣີເມຍລີກ ( ລາວລີກ1 ) ໂດຍຮ່ວມເຊັນສັນຍາກັບສະໂມສອນມາສເຕີເສເວັນ ເອບຊີ ຢ່າງເປັນທາງການ🤝
ປະສົບການໃນການຄຸມທີມໃນໄລຍະທີຜ່ານມາ:
– ປີ1981 ເຮັດຫນ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ16ປີ (U16).
– ປີ1982 ເຮັດຫນ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ19ປີ (U19).
– ປີ1982 – ປີ1989 ເຮັດຫນ້າທີ່ໃນການຄຸມທີມຊາດໄທຊຸດໃຫຍ່. 🇹🇭
– ປີ1992- ປີ1993 ນໍາພາສະໂມສອນ Krung Thai Bank ຄວ້າແຊ້ມ 🏆🥇DIVISION 2 King’s Cup Winner(1993).
– ປີ1998- ປີ1999 ນໍາພາສະໂມສອນ Krung Thai Bank FC ຄວ້າແຊ້ມ🏆🥇DIVISION1 Champion(1999).
– ປີ2003- ປີ2005 ນໍາພາສະໂມສອນ Krung Thai Bank FC ຄວ້າແຊ້ມ🏆🥇Thai Premier League (ສອງປີຊ້ອນ) ແລະ King’s Cup Winner (ສອງປີຊ້ອນ). – AFC Champion League 2004-AFC Champion League 2005.
– ປີ2009 ເຮັດຫນ້າທີ່ໃນການຄຸມທີມຊາດໄທ ລຸ້ນອາຍຸບໍ່ເກິນ 12ປີ ແລະ 14ປີ (U12,U14)🇹🇭 ແລ້ວພົບກັນໄວໆນີ້ LAO League 1 2023🏆