ດັ່ງທີ່ຮູ້ວ່າການແຂ່ງຂັນບານເຕະໃນ ສປປ ລາວ ກໍເລີ່ມມີການຈັດມາຕັ້ງແຕ່ປີ 1990 ຈົນເຖິງປັດຈຸບັນ ແຕ່ນັບແຕ່ປີ 1990-2012 ແມ່ນຍັງເປັນການແຂ່ງຂັນແບບຊີງແຊັມ ຫຼື ສາຍ ກ ແລະ ອື່ນໆ ເນື່ອງຈາກຍັງບໍ່ໄດ້ມາດຕະຖານ ແລະ ຍອມຮັບຈາກສະຫະພັນບານເຕະອາຊີ ຫຼື ຟີຟາ
ຈົນເຖິງປີ 2013 ລາວລີກ ກໍເລີ່ມເປັນ ລີກ ຢ່າງເປັນທາງການນັບແຕ່ປີ 2013 – 2022 ທີມທີ່ໄດ້ແຊັມມີດັ່ງນີ້ (ເບິ່ງລາຍລະອຽດທີ່ຄລິບລຸ່ມນີ້ )
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ປະກາດຢ່າງເປັນທາງການວ່າ: ການແຂ່ງຂັນປີນີ້ມີສະໂມສອນບານເຕະແຈ້ງເຈດຈໍານົງ ເຂົ້າຮ່ວມທັງຫມົດ 9 ສະໂມສອນ ໃນນນັ້ນ 2 ສະໂມສອນນ້ອງໃໝ່ທີ່ເຂົ້າມາສົມທົບກໍຄື ສະໂມສອນບານເຕະຫຼວງນໍ້າທາ ແລະ ບໍລິຄໍາໂຊ ໂດຍຈະເລີ່ມເປີດສາກວັນທີ 18 ກຸມພາ 2023 (ລາຍລະອຽດເບິງຄລິບລຸ່ມນີ້ )