ບໍລິຄໍາໄຊ ເອັຟຊີ ສະໂມສອນນ້ອງໃໝ່ໃນເປບຊີ ລາວລີກ 1 ລະດູການ 2023 ຈັດໜັກປະກາດຜ່ານເພຈ໌ບຸກທາງການ ( Bolikhamxay Football Club ) ຍິນດີຕ້ອນຮັບ ຕົວແສ້ບຂອງທີມ ທີ່ເຮັດໃຫ້ຫຼາຍຄົນຕ້ອງຈົດຈຳກັບຜົນງານລ່າສຸດ ດ້ວຍທັກສະ ແລະ ຄວາມສາມາດ ຖືເປັນຂຸມກຳລັງທີ່ສາມາດຊ່ວຍທີມໄດ້ຢ່າງດີແນ່ນອນ ກັບ ທິບພະຈັນ ຄໍາໃບອ່ອນ
ຜົນງານຂອງ ທິບພະຈັນ ເບິ່ງຄລິບລຸ່ມນີ້
ກ່ອນໜ້ານີ້ ບໍລິຄໍາໄຊ ເອັຟຊີ ສະມໂສອນນ້ອງໃໝ່ໃນເປບຊີ ລາວລີກ 1 ລະດູການ 2023 ປະກາດຜ່ານເພຈ໌ບຸກທາງການ ( Bolikhamxay Football Club ) ໃນວັນທີ 23-24 ມັງກອນ 2023 ວ່າ: ໄດ້ດຶງ 3 ນັກເຕະໃໝ່ທີ່ເຄີຍມີປະສົບການກັບທີມຊາດລາວ ຊຸດໃຫຍ່ ດັ່ງນີ້:
-ສະໂມສອນ Bolikhamxay FC ໄດ້ຕົກລົງເຊັນສັນຍາ ນະລົງສິດ ຈັນທະລັງສີ ປາການຫຼັງດີກີທີມຊາດລາວ ເຂົ້າເສີມທັບເພື່ອກຽມລຸຍສຶກ Lao League 1 ລະດູການ 2023 ນີ້
-ຄຸ້ນໜ້າຄຸ້ນຕາກັນດີກັບ ສາຍຊົນ ຂຸນສຳນານ ແຄ່ງປະສົບການສາລະພັດປະໂຫຍດ ໂດຍບັນລຸຂໍ້ຕົກລົງກັບ ສະໂມສອນ Bolikhamxay FC ເຂົ້າສູ່ແຄ້ມຂອງສະໂມສອນຢ່າງເປັນທາງການ…..
-ນັກເຕະທີ່ມີປະສົບການ ຜ່ານເວທີມາທຸກຮູບແບບ ທັງໃນ ແລະ ຕ່າງປະເທດ ຈະເປັນນັກເຕະທີ່ສາມາດສ້າງແຮງຈູງໃຈກະຕຸ້ນໃຫ້ເພື່ອນຮ່ວມທີມ ທັງໃນສະໜາມຊ້ອມ ແລະ ສະໜາມແຂ່ງ ທົດນິລາດ ສີບຸນເຮືອງ ກັບປະສົບການທັງໃນທີມຊາດ ແລະ ສະໂມສອນໃນປະເທດໄທ….
-ບໍລິຄໍາໄຊ ເອັຟຊີ ສະໂມສອນນ້ອງໃໝ່ໃນເປບຊີ ລາວລີກ 1 ລະດູການ 2023 ຈັດໜັກປະກາດຜ່ານເພຈ໌ບຸກທາງການ ( Bolikhamxay Football Club ) ຍິນດີຕ້ອນຮັບ ປະຕູຈອມປະສົບການ ດີກີລ່າສຸດຄວ້າແຊ້ມລີກ 2 ກັບສະໂມສອນ ເມືອງຫາດ ຢູໄນເຕັດ ແລະ ຫຼຽນຄຳກິລາເຂດຊຽງຂວາງກັບ ແຂວງວຽງຈັນມາໝາດໆ ແລະ ຍັງເປັນອາດິດປະຕູທີມຊາດກໍຄື ແສງພະຈັນ ບຸນທິສານ
ສໍາລັບ ແສງພະຈັນ ບຸນທິສານ ຜົນງານຫຼ້າສຸດທ້າຍປີ 2022 ຄືການເປັນຮີ່ໂຣເຊັຟຈຸດໂທດໄດ້ເຖິງ 2 ນັດສໍາຄັນກ່ອນພາ ທີມບານເຕະຊາຍ ແຂວງວຽງຈັນ ຄວ້າແຊ້ມບານເຕະຊາຍ ໃນກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ລາຍລະອຽດເບິ່ງຄລິບລຸ່ມນີ້