ໃນໂອກາດທີ່ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ເມືອງບຸນໃຕ້ນັ້ນ. ຕອນບ່າຍຂອງວັນທີ 30 ມັງກອນ 2023 ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ພື້ນຖານການຜະລິດກະສີກຳຢູ່ເມືອງບຸນໃຕ້ ໂດຍມີທ່ານ ອ່ອນຄຳ ອິນແສງ ເຈົ້າເມືອງໆບຸນໃຕ້ພ້ອມດ້ວຍພາກສ່ວນທີ່ກ່ຽວເຂົ້າຮ່ວມຕິດຕາມ.
ການລົງເຄື່ອນໄຫວໃນຄັ້ງນີ້, ທ່ານເຈົ້າແຂວງຜົ້ງສາລີໄດ້ພ້ອມດ້ວຍຄະນະ ໄດ້ໄປເບິ່ງການປູກພຶດກະສີກຳເປັນສິນຄ້າຂອງທ່ານ ຄຳຫຼ້າ ແສງດາ ປະຊາຊົນຢູ່ບ້ານນາຫວາຍ ເຊິ່ງເພິ່ນໄດ້ໃຫ້ຮູ້ວ່າ: ໄດ້ເລີ່ມປູກພຶດກະສີກຳເປັນສິນຄ້າມາແຕ່ທ້າຍປີ 2019 ມີແຮງງານພາຍໃນຄອບຄົວທັງໝົດ 5 ຄົນ, ຍິງ 3 ຄົນ, ມີເນື້ອທີ່ລວມ 0,7 ເຮັກຕາ.
ທ້າຍປີ 2022 ໄດ້ເລີ່ມປູກພຶດເປັນຕົ້ນແມ່ນ: ກະລຳປີ, ໝາກເຜັດໃຫຍ່, ໝາກເຂືອ, ຜັກກາດຫໍ, ໝາກເລ່ນໃຫຍ່ ແລະ ກະລຳດອກ ເປັນສິນຄ້າເພື່ອສົ່ງອອກທັງພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງ. ມາຮອດຕົ້ນເດືອນ 12 ຂອງປີ 2022 ໄດ້ເລີ່ມຂາຍ ຜົນຜະລິດທັງໝົດຄິດເປັນເງິນ 95 ລ້ານກີບ, ຕະຫຼາດສົ່ງອອກຕົ້ນຕໍແມ່ນສົ່ງໄປເມືອງບຸນເໜືອ, ບາງເມືອງຈຳນວນໜຶ່ງ.ສຳລັບແຜນຕໍ່ໜ້າຈະສືບຕໍ່ຂະຫຍາຍເນື້ອທີ 3,0 ເຮັກຕາ ເພື່ອຈະປູກພຶດ ເຊັ່ນ: ໝາກອື, ໝາກແຕງຊ້າ ແລະ ອື່ນໆ ທີ່ເປັນສິນຄ້າກະສີກຳ.
ຈາກນັ້ນ ທ່ານ ເຈົ້າແຂວງພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມໂຮງແຊ່ເຢັນໝາກຖົ່ວຂອງບໍລິສັດມະວົງສາ ຂາເຂົ້າ – ຂາອອກ ສົ່ງເສີມກະສີກຳ ເຊິ່ງໂຮງແຊ່ເຢັນໝາກຖົ່ວຕັ້ງຢູ່ບ້ານນາຫວາຍ ເມືອງບຸນໃຕ້ ມີຂະໜາດ 60 ແມັດ X 20 ແມັດ, ມີເນື້ອທີ່ທັງໝົດ 1.200 ຕາແມັດ ເປັນອາຄານຊັ້ນດຽວກໍ່ສ້າງດ້ວຍໂຄງເຫຼັກ, ມຸງດ້ວຍສັງກະສີ ພາຍໃນອາຄານມີຫ້ອງແຊ່ເຢັນ 4 ຫ້ອງ, ມີລະບົບຊິງຊັງ 1 ໜ່ວຍ, ມີລະບົບນໍ້າປະປາ, ໄຟຟ້າ, ຫໍພັກພະນັກງານ, ໄດ້ເລີ່ມກໍ່ສ້າງແຕ່ເດືອນ ກໍລະກົດ ຫາ ເດືອນ ທັນວາ 2022 ລວມໄລຍະການກໍ່ສ້າງ 6 ເດືອນ ປະຈຸບັນໄດ້ເປີດໃຊ້ບໍລິການຢ່າງເປັນປົກກະຕິດ້ວຍມູນຄ່າການລົງທຶນ 5 ຕື້ກ່ວາກີບ.
ໃນປີນີ້ທາງບໍລິສັດໄດ້ລົງທຶນປູກ ແລະ ບໍລິການເກັບຊື້ໝາກຖົ່ວຢູ່ໃນ 17 ບ້ານພາຍໃນເມືອງບຸນໃຕ້ ມາຮອດປະຈຸບັນສາມາເກັບຊື້ໄດ້ແລ້ວ 500 ໂຕນ ແລະ ມີແຜນສືບຕໍ່ເກັບຊື້ຕື່ມອີກ 1.500 ໂຕນ. ຕະຫຼາດສົ່ງອອກມາແມ່ນສົ່ງໄປທາງ ສປ ຈີນ.
ໃນວັນດຽວການທ່ານ ເຈົ້າແຂວງພ້ອມດ້ວຍຄະນະ ໄດ້ໄປຢ້ຽມຊົມ ໂຮງສີໝາກເດືອຍ ຂອງບໍລິສັດ ເອເອັນແອວ ກະສີກຳ ຂາເຂົ້າ – ຂາອອກ ຈຳກັດຜູ້ດຽວ ເຊິ່ງຕັ້ງຢູ່ບ້ານບຸນໃຕ້, ໄລຍະຜ່ານບໍລິສັດໄດ້ລົງທຶນປູກ ແລະ ເກັບຊື້ຢູ່ໃນ 5 ກຸ່ມບ້ານຄື: ກຸ່ມລ້ອງນາຍ, ກຸ່ມນາມາກ, ກຸ່ມນາແຕນ, ກຸ່ມສຳພັນໄຊ ແລະ ກຸ່ມຫລົງທາງ ໃນປີ 2022 ທີ່ຜ່ານມາ ທາງບໍລິສັດໄດ້ເກັບຊື້ໝາກເດືອຍທັງໝົດ 1.700 ກ່ວາໂຕນ, ຄິດເປັນມູນຄ່າ 10 ຕື້ກ່ວາກີບ ແລະ ຕະຫຼາດສົ່ງອອກສ່ວນໃຫຍ່ແມ່ນ ສປ ຈີນ.
ໃນໂອກາດທີ່ທ່ານເຈົ້າແຂວງລົງເຄື່ອນໄຫວແຕ່ລະຈຸດ ກໍໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປູກພຶດເປັນສິນຄ້າ, ການປະກອບການທາງດ້ານທຸລະກິດ ຕ່າງໆ, ທີ່ສາມາດສ້າງວຽກເຮັດງານທຳ, ສ້າງອາຊີບ, ມີລາຍໄດ້ ແລະ ມີຊີວິດການເປັນຢູ່ດີຂຶ້ນໃຫ້ປະຊາຊົນພາຍໃນເມືອງບຸນໃຕ້, ພ້ອມນັ້ນ, ທ່ານ ຍັງເນັ້ນໃຫ້ຜູ້ຜະລິດ ສືບຕໍ່ເອົາໃຈໃສ່ບົວລະບັດຮັກສາ ຜົນຜະລິດຂອງຕົນ ໃຫ້ເກີດດອກອອກຜົນ, ໃຫ້ເຫລືອກິນ, ເຫລືອໃຊ້, ກາຍເປັນສິນຄ້າສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງແຫ່ງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນ, ພ້ອມທັງເນັ້ນໃຫ້ຜູ້ຜະລິດກະສິກຳຕ່າງໆບໍ່ໃຫ້ໃສ່ປຸຍເຄມີ, ຜະລິດຕະພັນ ທຸກສະນິດ ຕ້ອງເປັນຜະລິດຕະພັນ ທີ່ປອດສານພິດ ແລະ ອື່ນໆ.