• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ເໝີຍຊຽນ ແຊ່ຈ໋າວ ສາວງາມຈາກບ້ານຫ້ວຍຊາຍເໜືອ ອາຍຸ24 ປີ ຄວ້າມົງກຸດນາງສາວດອກງິ້ວບານ ປີ 2023

ສະແດງຄວາມຍິນດີນຳນ້ອງ ເໝີຍຊຽນ ແຊ່ຈ໋າວ   ສາວງາມຈາກບ້ານຫ້ວຍຊາຍເໜືອ  ຄວ້າມົງກຸດນາງສາວດອກງິ້ວບານ ປີ 2023 ພ້ອມເງິນລາງວັນ50.000.000ກີບ.

ງານປະກວດນາງສາວດອກງິ້ວບານ ປະຈຳປີ2023 ຮອດຕັດສິນ ຈັດຂຶ້ນໃນັວນທີ29 ມັງກອນ2023 ທີ່ເວທີກາງດອນຊາວ ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໃນໂອກາດຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ປິ2023 ໂດຍມີ20 ສາວງາມຈາກບັນດາເມືອງພາຍໃນແຂວງບໍ່ແກ້ວເຂົ້າຮ່ວມປະກວດ.

ຜ່ານການແຂ່ງຂັນ ສາວງາມທີ່ຊະນະໃຈກຳມະການ ຄວ້າມົງກຸດອັນຊົງກຽດໄປຄອງໄດ້ແກ່ ນ້ອງ ເໝີຍຊຽນ ແຊ່ຈ໋າວ MK 8  ສາວງາມຈາກບ້ານຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ອາຍຸ24 ປີ ສູງ163 ຊັງຕີແມັດ ຂໍສະແດງຄວາມຍິນດີນຳ

ສ່ວນຮອງອັນດັບ1 ໄດ້ແກ່ MK 13 ນາງ ສວຍ ພົມມະລີ  ເມືອງຕົ້ນເຜິ້ງ ໄດ້ຮັບເງິນລາງວັນ 30.000.000ກີບ


ຮອງອັນດັບ2 ໄດ້ແກ່ MK 12 ນາງ ແພັດ ຄຳເຄື່ອງ ເມືອງຕົ້ນເຜິ້ງໄດ້ຮັບເງິນລາງວັນ 25.000.000ກີບ


ຮອງອັນດັບ3 ໄດ້ແກ່ MK 15 ນາງ ສຸດາລີ ແສນທະພອນ ທະນາຄານພັດທະນາ ໄດ້ຮັບເງິນລາງວັນ 20.000.000ກີບ

Leave a Reply

Your email address will not be published. Required fields are marked *