ໜັງສືພິມປະຊາຊົນລາຍງານວ່າ: ພິທີມອບ-ຮັບປາກະປ໋ອງ ຊຶ່ງເປັນການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອສະໜັບສະໜູນແຜນງານອາຫານທ່ຽງໃນໂຮງຮຽນຢູ່ ສປປ ລາວ ຈັດຂຶ້ນວັນທີ 8 ກັນຍານີ້ ທີ່ສາງອາຫານຂອງອົງການອາຫານໂລກ. ຕາງໜ້າມອບໂດຍ ທ່ານທູດຍີ່ປຸ່ນປະຈຳລາວ, ຮັບໂດຍ ທ່ານ ເດວບາເຮີ ຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປາກະປ໋ອງທີ່ນຳມາມອບຄັ້ງນີ້ມີ 32 ຕູ້ຄອນເທນເນີ ເທົ່າກັບ 402 ໂຕນ ມູນຄ່າ 3,6 ລ້ານໂດລາ ເພື່ອນໍາໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມຢູ່ 31 ເມືອງ ໃນ 8 ແຂວງ ມີນັກຮຽນຈະໄດ້ຮັບຜົນປະໂຫຍດ 132.450 ຄົນ ໃນ 1.423 ໂຮງຮຽນ, ການລົງທຶນໃນດ້ານໂພຊະນາການ, ສຸຂະພາບ ແລະ ການສຶກສາຂອງເດັກນ້ອຍເປັນການຊ່ວຍໃຫ້ພວກເຂົາກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ຊ່ວຍທຳລາຍວົງຈອນການຂາດສານອາຫານ, ນອກຈາກນັ້ນ ອາຫານທ່ຽງໃນໂຮງຮຽນ ມີບົດບາດສໍາຄັນໃນການຮັບປະກັນການເຂົ້າເຖິງການສຶກສາຢ່າງສະເໝີພາບ, ສ້າງໃຫ້ເດັກນ້ອຍນັກຮຽນມີສຸຂະພາບ ແລະ ໂພຊະນາການທີ່ດີ, ເປັນການປະກອບສ່ວນສໍາຄັນໃນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ.
ຍີ່ປຸ່ນໃນຖານະເປັນຄູ່ຮ່ວມງານທີ່ສະໜິດແໜ້ນກັບກະຊວງສຶກສາທິການ ແລະ ກິລາໃນຂົງເຂດວຽກງານອາຫາໃນໂຮງຮຽນມາແຕ່ປີ 2000 ເປັນຕົ້ນມາ ແລະ ອົງການອາຫານໂລກຍັງຈະສືບຕໍ່ໃຫ້ການສະໜັບສະໜູນໂຄງການອາຫານທ່ຽງໃນໂຮງຮຽນແຫ່ງຕ່າງໆ ຊຶ່ງການຊ່ວຍເຫຼືອດັ່ງກ່າວລວມມີ ການຕິດຕັ້ງນໍ້າສະອາດ, ສຸຂະອະນາໄມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ, ຊ່ວຍເຫຼືອຊຸມຊົນໃນການສ້າງຫ້ອງອາຫານ ສາງເກັບເຄື່ອງ, ເຮືອນຄົວ, ກິດຈະກໍາການເສີມສ້າງທັກສະການຮຽນຮູ້ຕ່າງໆ.
ໃນໄລຍະຜ່ານມາອົງການອາຫານໂລກໄດ້ພັດທະນາໂຮງຮຽນໃນ ສປປ ລາວ ເພື່ອປັບປຸງສຸຂະພາບ ແລະ ເສີມສ້າງດ້ານໂພຊະນາການຂອງເດັກນ້ອຍ, ນອກຈາກຈະເຮັດໃຫ້ອັດຕາການເຂົ້າຮຽນເພີ່ມຂຶ້ນແລ້ວ, ຜົນການຮຽນກໍດີຂຶ້ນ ແລະ ເຊື່ອວ່າ ຜົນປະໂຫຍດຂອງວຽກງານອາຫານໃນໂຮງຮຽນຈະເປັນທ່າແຮງໜຶ່ງຂອງຊຸມຊົນທີ່ຈະຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກອີກດ້ວຍ.