ເນື່ອງໃຈໂອກາດທີ່ ສະຫະພັນບານເຕະແຫ່ງຊາດລາວ ສະຫມັກ ຜູ້ຝຶກອົບຮົມຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ປະສານງານການແຂ່ງຂັນ ຊຸດໃໝ່ New LFF MC & GC Workshop 2023 ລະຫວ່າງ ວັນທີ 1-3 ກຸມພາ 2023 ແນ່ນອນຈະມີໜຸ່ມໆ ແລະ ສາວໆ ມາຮ່ວມງານແນ່ນອນ ຄືກັບປີທີ່ຜ່ານມາກໍມີ ສາວງາມມາຮ່ວມຝຶກອົບຮົມ ແລະ ລົງລົງຄຸມຄຸມ ແລະ ປະສານງານໃນ ລາວລີກ 1 ແລະ 2 ມາແລ້ວ.
ແຕ່ມື້ນີ້ເຮົາຈະພາໄປສ່ອງ ສາວແມັດຄອມຊື່ດັງໃນປະເທດໄທ ກໍຄື ກິກ ຫຼື ສຸຈິຕຣາ ທັບຕຣົງ ໄດ້ຊື່ວ່າສາວງາມທັງເກັ່ງຕົວແທນ ແມັດຄອມມິຊຊັນເນີ ( MC ) ຫຼື ຜູ້ຄວບຄຸມການແຂ່ງຂັນ ຮຸ່ນໃໝ່ຂອງປະເທດໄທ.
ເຊິ່ງທີ່ມາຂອງເພິ່ນກໍໄດ້ຮັບໂອກາດຈາກ ບໍລິສັດ ໄທລີກ ຈໍາກັດ ແລະ ສະມາຄົມກິລາບານເຕະແຫ່ງປະເທດໄທ ໄດ້ຮັບສະກໝັກ ແລະ ອົບຮົມ ແມັດຄອມມິຊຊັນເນີ ສາຍເລືອດໃໝ່ ເຮັດໃຫ້ ສາວກິກ ທີ່ກໍາລັງສຶກສາຕໍ່ປະລິນຍາໂທ ສາຂາຈັດການບານເຕະອາຊີບ ທີ່ມະຫາວິທະຍາໄລຣາຊະກັດສວນສຸນັນທາ ຕັດສິນໃຈເຂົ້າຮ່ວມຝຶກອົບຮົມ ເພາະຕ້ອງການເປັນສ່ວນໜຶອ່ງໃນການພັດທະນາບານເຕະໄທ.
ເຮັດໃຫ້ ກິກ ໄດ້ເຮັດໜ້າທີ່ຫຼັງຈົບການຝຶກອົບຮົມໃນລະດັບໄທລີກ 3 ລວມແລ້ວ 4 ນັດເມື່ອບໍດົນມານີ້ ແລະ ກໍເຮັດໜ້າທີ່ໄດ້ດີ ມີໂອກາດຈະເລື່ອນຂຶ້ນໄປເຮັດໜ້າທີ່ໃນໄທລີກ 2 ແລະ 1 ຕາມລໍາດັບໃນອະນາຄົດ ເບິ່ງແລ້ວສາວຄົນນີ້ງາມອີ່ຫຼີ່ຕາມຮູບເລີຍ.