ໂດດເດັ່ນເໜືອໃຜເມື່ອແອັດມິນນົກເຫັນຂ່າວ ນັກກິລາປິ່ງປ່ອງເຍົາວະຊົນລາວ ກໍຄື ທ້າວ ໄຊຊະນະ ໄຊສະຫວັດ ໃນຮຸ່ນອາຍຸບໍ່ເກີນ 11 ປີປະເພດຊາຍດ່ຽວ ສາມາດລົ້ມນັກກິລາຈາກ ສະຫະລັດອາເມຣິກາ ຄວ້າແຊັມລາຍການໃຫຍ່ WTT Youth Contender Doha 2023 ທີ່ໂດຮາ ປະເທດກາຕ້າ ລະຫວ່າງວັນທີ 27-30 ມັງກອນ 2023.
ໄຊຊະນະ ສາມາດເອົາຊະນະນັກກິລາເຈົ້າພາຂາດລອຍ 3-0 ເຊັດ ກ່ອນຜ່ານເຂົ້າຮອບຊີງຊະນະເລີດພົບກັບ Abinav PRASANNA ນັກກິລາຈາກສະຫະລັດອາເມຣິກາ ແລະ ເປັນ ໄຊຊະນະ ຍັງໂດດເດັ່ນເອົາຊະນະໄປ 3-0 ເຊັດ 11-8, 11-6 ແລະ 11-2 ສ້າງປະຫວັດສາດຄວ້າແຊັມໄປຄອງໃນຮຸ່ນອາຍຸບໍ່ເກີນ 11 ປີ (ສ່ວນຜົນງານອື່ນໆເບິ່ງທີ່ຮູບລຸ່ມນີ້ )
ຮູບຈາກ: Lao Table Tennis Federation