• Fri. Jun 2nd, 2023

Lao Sport Update

ຮອບດ້ານວົງການກິລາ

ນາຍົກໃໝ່! ປັບຄະນະລັດຖະບານ 3 ກະຊວງ ນຳໂດຍກະຊວງ ການເງິນ, ກະຊວງ ຍທຂ ແລະ ກະຊວງ ພະລັງງານ-ບໍ່ແຮ່

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາຟື້ນຖາສໍາຄັນໃນກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນ ມັງກອນ 2023, ຄັ້ງວັນທີ 30 ມັງກອນ 2023 ໂດຍໄດ້ມີການຍົກຍ້າຍແຕ່ງຕັ້ງການນຳຂັ້ນສູງໃນສະມາຊິກລັດຖະບານ ແລະ ເຈົ້າແຂວງ 6 ທ່ານ.

ອີງໃສ່ຂໍ້ຕົກລົງຂອງກອງປະຊຸມກົມການເມືອງສູນກາງເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ວັນທີ 25 ມັງກອນ 2023; ອີງຕາມຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ ລົງວັນທີ 26 ມັງກອນ 2023. ກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນ ມັງກອນ 2023 ໄດ້ດໍາເນີນເປັນເວລາ 2 ວັນເຕັມ ໃນວັນທີ 30-31 ມັງກອນ 2023 ພາຍໃຕ້ການນໍາພາຂອງ ທ່ານ  ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍມີບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານກໍາມະການຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມ ຈໍານວນ 15 ທ່ານ.

ຜ່ານການຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງຖີ່ຖ້ວນຂອງບັນດາທ່ານຄະນະປະຈໍາສະພາແຫ່ງຊາດ ຕໍ່ຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຢູ່ໃນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນ ມັງກອນ 2023 ໃນວາລະຕອນເຊົ້າຂອງວັນທີ 30 ມັງກອນ 2023 ໄດ້ຕົກລົງ ຄືດັ່ງນີ້:

1) ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງນໍ້າທາ;

2) ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສະຫວັນນະເຂດ;

3) ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ;

4) ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງການເງິນ;

5) ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ມາຮັບໃໝ່ທີ່ໃໝ່ ເປັນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່;

6) ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດດັ່ງທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດໍາເນີນກອງປະຊຸມ ຈະໄດ້ຄົ້ນຄວ້າພິຈາລະນາ ຮັບຟັງຜົນການ ຮຽບຮຽງ ກົດຫມາຍ ຈໍານວນ 12 ສະບັບ ທີ່ໄດ້ຮັບຮອງເອົາການສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ IX ແລະວຽກງານອື່ນໆອີກຈຳນວນໜຶ່ງ.

Leave a Reply

Your email address will not be published. Required fields are marked *