• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ແບບຢ່າງຊັ້ນຍອດ ລົດແກ້ວ ຫຼິ້ນກິລາແລ່ນຈົນຮຽນຕໍ່ປະລິນຍາເອກທີ່ໄທ ຫຼ້າສຸດກວາດ 3 ຫຼຽນຄໍາ

ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນຍິງມື 1 ຂອງ ສປປ ລາວ ກວາດ 3 ຫຼຽນຄໍາ ແລະ 1 ຫຼຽນທອງ ໃນງານມະຫາກໍາກີລາມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ທີ່ດອກຈານ ບ້ານຊຽງເກມສ໌ ປະເທດໄທ ໃນລະຫວ່າງວັນທີ 24-28 ມັງກອນ 2023 ເຫັນແລ້ວກະຊື້ງໄປເລີຍວ່າ ສາວຄົນນີ້ຄວ້າຫຼຽນ ແລະ ຊະນະເລີດ ມາຈັກຄັ້ງແລ້ວຈາກກິລາແລ່ນ ເພາະມັນຫຼາຍເກີນໄປ ຈົນບໍ່ສາມາດຈົດກ່າຍ ຫຼື ບັນຍາຍກາດໄດ້ ເກີນພັນຈະພັນລະນາ ( ເບິ່ງລາຍລະອຽດທີ່ຄລິບລຸ່ມນີ້ )

ສໍາລັບ ລົດແກ້ວ ກ້າວເຂົ້າສູ່ການສຶກສາຕໍ່ລະດັບປະລິນຍາເອກ ທີ່ມະຫາວິທະຍາໄລກຣຸງເທບທົນບຸຣີ ນັບແຕ່ປີ 2021 ຄະນະບໍລິຫານທຸລະກິດ ສາຂາການຈັດການ ແລະ ໄດ້ຮັບໃຊ້ມະຫາວິທະຍາໄລດັ່ງກ່າວ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກີລາ ມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ທີ່ດອກຈາກ ບ້ານຊຽງເກມ ປະເທດໄທ ເປັນເຈົ້າພາບ.

ສ່ວນລາງວັນທີ່ ລົດແກ້ວ ຍາດໄດ້ຫຼາຍທີ່ສຸດກວາດໄປເຖິງ 100 ກວ່າລ້ານກີບ ລາຍການໃຫຍ່ໃນລາວ 3 ຫຼ່ຽມຄໍາ ໃນປີ 2022 (ູູຄລິບລຸ່ມນີ້ )

ເບິ່ງຜົນງານລະອຽດແຕ່ປີ 2012 ຂອງລົດແກ້ວ ທີ່ຄລິບລຸ່ມນີ້

Leave a Reply

Your email address will not be published. Required fields are marked *