ວັນທີ 27 ມັງກອນ 2023 ທີ ຮີສອດສະໜາມກ໊ອຟສາກົນພູກິ່ວລົມ ໄດ້ເປິດພິທີການນຳໃຊ້ສະໜາມເຝິກຊ້ອມ ຣີສອດສະໜາມກ໊ອຟສາກົນພູກິ່ວລົມເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ຄຳພັນ ເຜີຍຍະວົງ ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ , ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ; ພ້ອມດ້ວຍບັນດາການນຳຂັ້ນສູນກາງ, ແຂວງ, ເມືອງ ແລະ ແຂກທີ່ຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.
ທ່ານ ຫວາງ ເອີເປົາ ປະທານກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ກ່າວວ່າ: ສະໜາມກ໊ອຟສາກົນພູກິ່ວລົມໄດ້ວາງສີລາລືກການກໍ່ສ້າງໃນເດືອນກັນຍາ ປິ 2022 ພາຍໃຕ້ຄວາມເອົາໃຈໃສ່ຂອງພະນັກງງານທີ່ໄດ້ເຮັດວຽກທັງເວັນ ແລະ ຄືນ ພ້ອມທັງການຮ່ວມມືຂອງທຸກຂະແໜງການຂອງກຸ່ມບໍລິສັດອກງິ້ວຄຳ ຈຳກັດ.ມາຮອດປັດຈຸບັນການກໍ່ສ້າງສຳເລັດ 60%; ໃນນີ້ ສະໂມສອນເດີນສະໜາມຊ້ອມສຳເລັດໂດຍພື້ນຖານ.
ສະໜາມກ໊ອຟສາກົນພູກິ່ວລົມໄດ້ອອກແບບກໍ່ສ້າງຕາມມາດຕະຖານ 5 ດາວ ເພື່ອສ້າງເປັນສະໜາມກ໊ອຟລະດັບສາກົນ. ນອກນັ້ນ ຍັງມີສະໜາມແຂ່ງມ້າສາກົນ, ໂຮງແຮມ ສະຖານທີ່ບັນເທີງ ແລະ ການທ່ອງ ທ່ຽວຄົບວົງຈອນ.
ການກໍ່ສ້າງໄລຍະທີ 1 ມີສະໜາມກ໊ອຟ 18 ຂຸມ 72 ໄມ້ ເປັນສະໜາມກ໊ອບແບບມາດຕະຖານເທິງພູ ສະໂມສອນຕ້ອນຮັບລະດັບ 5 ດາວ ຄາດວ່າຈະໃຫ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ຢ່າງເປັນທາງການໃນເດືອນພຶດສະພາ 2023