• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ຈາກຄົນບໍ່ມີບ່ອນຢູ່ກ້າວສູ່ເຈົ້າຂອງທຸລະກິດ ມື້ນີ້ມີແບ່ງປັນນັ້ນຍ້ອນມີການສຶກສາ

ເຈົ້າຂອງໂຮງແຮມ ອະນັນຕະ ຫຼວງພະບາງອະດີດເດັກວັດຜູ້ບໍ່ຍອມແພ້ຕໍ່ໂຊກຊາຕາ ໄດ້ບຸກບືນສູ້ຊົນເອົາດີກັບການຮຽນຈົນໄດ້ທຶນໄປຮຽນຢູ່ເມືອງນອກ ແລະກັບມາພ້ອມຜົນສຳເລັດ ແລະຍັງມາເປີດກິດຈະການຢູ່ບ້ານເຮົາຊ່ວຍສ້າງວຽກເຮັດງານທຳ, ສ້າງສິ່ງດີໆໃຫ້ຄົນທີ່ຍັງດອຍກວ່າ, ຫຼ້າສຸດນີ້ໄດ້ໄປມອບອຸປະກອນໃຫ້ນ້ອງນ້ອຍນັກຮຽນຢຸ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ.

May be an image of 12 people, people sitting, people standing, outdoors and tree

ໂດຍວັນທີ 23 ມັງກອນຜ່ານມາ ທີ່ໂຮງຮຽນປະຖົມບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫລວງພະບາງ ໄດ້ມີພິທີມອບ-ຮັບອຸປະກອນການຮຽນໃຫ້ນ້ອງນັກຮຽນ ຊຶ່ງນຳອຸປະກອນການຮຽນມາມອບໃນຄັ້ງນີ້ ແມ່ນການປະກອບສ່ວນຂອງທ່ານ ມີໄຊ ຄຳບຸນເຮືອງ ເ​ຈົ້າຂອງໂຮງແຮມອະນັນຕະ ຫລວງພະບາງ ແລະທີມງານຂອງອາຈານພໍ ຈາກປະເທດໄທ ພ້ອມຄະນະ.

May be an image of 6 people, child, people standing, tree and outdoors

ເຄື່ອງຊ່ວຍເຫຼືອທີ່ນຳໄປມອບຄັ້ງນີ້ປະກອບມີ: ປຶ້ມ, ສໍ, ເງິນສົດຈຳນວນຫນຶ່ງ, ເຂົ້າຫນົມ ແລະອື່ນໆ ຊຶ່ງເປັນຈຳນວນບໍ່ຫຼາຍ ແຕ່ເປັນການໃຫ້ຈາກໃຈ ຄົນທີ່ເຄີຍຈົນທີ່ສຸດຈົນຕ້ອງເພິ່ງພາວັດເປັນບ່ອນຊຸບລ້ຽງ ທຸກມື້ນີ້ເພິ່ນມີແລ້ວກໍ່ຢາກແບ່ງປັນໃຫ້ຄົນທີ່ຍັງມີນ້ອຍກວ່າ.

May be an image of 6 people, people standing and people sitting

ທ່ານ ມີໄຊ ຄຳບຸນເຮືອງ ກ່າວວ່າ: ການສຶກສາເທົ່ານັ້ນຈະພາໃຫ້ຊີວິດຂອງຄົນເຮົາໄປພົບກັບສິ່ງທີ່ຫວັງ ແມ່ນຢູ່ຈະມີຜູ້ປະສົບຜົນສຳເລັດຈຳນວນໜຶ່ງທີ່ບໍຈົບສູງແຕ່ກາຍເປັນຜູ້ຮັ່ງມີຫາກນັ້ນເປັນພຽງສ່ວນໜ້ອຍເທົ່ານັ້ນ ຄົນສ່ວນໃຫຍ່ໃນໂລກນີ້ຈະໄດ້ດີ ມີຊີວິດທີ່ສຸກສະບາຍຕ້ອງມີການສຶກສານຳທາງ ຈິ່ງຢາກແບ່ງປັນສົ່ງເສີມການສຶກສາຢູ່ບ້ານເກີດເມືອງນອນເທົ່າທີ່ກຳລັງມີ.

May be an image of 12 people, people standing, people sitting and outdoors

Leave a Reply

Your email address will not be published. Required fields are marked *