• Fri. Jun 2nd, 2023

Lao Sport Update

ຮອບດ້ານວົງການກິລາ

ສ່ອງ 3 ຄູ່ຮັກໃນວົງການບານເຕະລາວ ທີ່ກໍາລັງ in love ສຸດໆໄປເລີຍ ບໍ່ເຊື່ອໄປເບິ່ງມີຄລິບ

ປ່ຽນບັນຍາກາດໃນໄລຍະພັກທີ່ການແຂ່ງຂັນລາວລີກ ກະກຽມຈະເປີດສາກຂຶ້ນໃນໄວໆນີ້ ແອັດມິນນົກ ຈະພາໄປເບິ່ງ 3 ຄູ່ຮັກໃນວົງການບານເຕະລາວ ບອກໄດ້ເລີຍແຕ່ລະຄູ່ສົມກັນ ແລະ ກໍາລັງຢູ່ໃນໄລຍະ in love ສຸດໆໄປເລີຍ ບໍ່ລໍຊ້າໄປເບິ່ງນໍາກັນເລີຍ.

-ເລີ່ມກັນທີ່ຄູ່ທໍາອິດ ບຸນພະຈັນ ບຸນກອງ ກັບຕັນທີມຂອງ ຊ້າງນ້ອຍ ເອັຟຊີ ແລະ ທີມຊາດລາວ ກັບ ສາວແອນນາ ທີ່ຄົບຫາດູໃຈກັນມາດົນທີ່ສຸດໃນ 3 ຄູ່ນີ້ ແຕ່ມາເຖິງປັດຈຸບັນຄວາມຮັກຂອງທັງສອງບໍ່ໄດ້ໜ້ອຍລົງເລີຍ ( ເບິ່ງລາຍລະອຽດເພີ່ມຕື່ມໄດ້ທີຄລິບ )

-ຄູ່ທີ 2 ເປັນຄູ່ຮັກແຫ່ງປີ 2023 ກໍຄື ດາໝົດ ທອງຄໍາສະຫວັນ ກອງກາງຕົວເກັ່ງຂອງ ຈໍາປາສັກ ເອັຟຊີ ແລະ ທີມຊາດລາວ ຢູ 19 ກັບ ສາວ ຈິນດາລັດ ທີ່ຫາກໍເປີດຕົວໃນມື້ຂຶ້ນປີໃໝ່ 2023 ເປັນຄູ່ທີ່ໄດ້ຮັບຄໍາແຊວຈາກໂຊຊຽລຫຼາຍທີ່ສຸດ ( ເບິ່ງລາຍລະອຽດເພີ່ມຕື່ມໄດ້ທີຄລິບ )

-ຄູ່ທີ 3: ເປັນຄູ່ຮັກແຫ່ງປີ 2023 ອີກຄູ່ໜຶ່ງກໍຄື ອານຸລັກ ຜູ້ຮັກສາປະຕູຂອງ ມາສເຕີ 7 ເອັຟຊີ ກັບ ສາວ ນ່ານ່າ ທີ່ກໍເປີດຕົວໃນວັນທີ 1 ມັງກອນ 2023 ເຊັ່ນດຽວກັນ ເລີ່ມມີຄວາມຫວານຕໍ່ເນື່ອງ ໂດຍສະເພາະເວລາ ອານຸລັກ ໄປແຂ່ງຂັນຈະຕາມໄປເຊຍບໍ່ຂາດສາຍ ( ເບິ່ງລາຍລະອຽດເພີ່ມຕື່ມໄດ້ທີຄລິບ )

Leave a Reply

Your email address will not be published. Required fields are marked *