ປ່ຽນຈາກເລື່ອງຄຽດໆໄປສ່ອງຄູ່ຮັກຂອງນັກກິລາບານເຕະລາວອີກແລ້ວຮັບຮອງວ່າຄູ່ນີ້ຖືກໃຈຫຼາຍໆຄົນ ເພາະເປັນເຖິງໜຸ່ມຫຼໍ່ອີ່ຫຼີ່ກໍຄື ອານຸລັກ ວິລາຜົນ ຜູ້ຮັກສາປະຕູຂອງ ມາສເຕີ 7 ເອັຟຊີ ແລະ ຄະນະວິທະຍາສາດກິລາກາຍະກໍາ ມະຫາວິທະຍາໄລແຫ່ງຊາດ ທີ່ຫາກໍເປີດຕົວນ້ອງສາວຄົນຫຼ້າສຸດ ຫຼື ວ່າຫວານໃຈນັ້ນເອງ ທັງງາມທັງໜ້າຮັກ ລວມເຖິງຈະພາໄປເບິ່ງຜົນງານຫຼ້າສຸດຂອງເພິ່ນ.
ອານຸລັກ ໂພສໃຈເພຈ໌ບຸກພ້ອມເປີດສະຖານະຄົບຫາກັບ ສາວເພັນນະພາ ເດດວົງພັນ ຫຼືເອີ້ນຊື່ຫຼິ້ນແບບໜ້າຮັກໆວ່າ ສາວນ່ານ່າ ( Phennapha Dethvongphanh Anna ) ໃນມື້ປີໃໝ່ວັນທີ 1 ມັງກອນ 2023 ແລະ ເລີ່ມຈາກນັ້ນ ທັງສອງກໍມີພາບຫວານໆສະວີດໆຢ່າງຕໍ່ເນື່ອງ ໂດຍສະເພາະໃນຕອນແຂ່ງຂັນບານເຕະ ສາວແອນນາ ມັກຈະໄປເຊຍຕິດຂອບສະໜາມເປັນປະຈໍາ ຈົນສາວໆໜຸ່ມໆອິດສາກັນ ແລະ ໄປຄອມເມັ້ນແຊວກັນເປັນແຖວ.
ໄປເບິ່ງຮູບຫວານໆ ແລະ ຜົນງານຂອງ ໜຸຸ່ມຫຼໍ່ຄົນນີ້ໄດ້ທີ່ຄລິບລາຍລະອຽດນໍາກັນເລີຍ