ເກີດເຫດໃນວັນທີ 24.01.2023 ເວລາ18:31ນາທີ ໄດ້ມີອຸບັດຕິເຫດລົດໃຫຍ່ຕຳລົດຈັກແລ້ວໜີ ຢູ່ 3 ແຍກບ້ານໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
– ຜູ້ເສຍຊີວິດ ເປັນເພດຊາຍ ອາຍຸ: 32 ປີ ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ອາການເບື້ອງຕົ້ນແມ່ນ:ແຂນຂາຫັກທັງ2ຂ້າງ.ໃບຫນ້າແຕກຈີກ.ຫົວແຕກເປີດໃຫຍ່ ເວລາຕໍ່ມາໄດ້ມີພົນລະເມືອງດີ ໄດ້ຂັບລົດໄລ່ທັນຜູ້ຕໍາແລ້ວຫຼົບໜີ ໄດ້ຂັບຂີ່ລົດກະບະວີໂກ້ ສີປອນ ທະບຽນ ກສ 7709 ກຳແພງນະຄອນ ເຊິ່ງເປັນອາຈານສອນຢູ່ ຮຮ ກົດໝາຍ ສາຍເຫດເມົາແລ້ວຂັບ.
ເຫດການນີ້ ພາຍຫລັງເກີດເຫດ ຜູ້ຂັບຂີ່ລົດວິໂກ້ ຫລົບຫນີ ແຕ່ປ້າຍລົດຕົກເຫ່ຍຢູ່ສະຖານທີ່ເກີດເຫດ ຈາກນັ້ນ ຜູ້ເຫັນເຫດການໄລ່ຕິດຕາມຕົວໄດ້ທັນໃນເວລາຕໍ່ມາ ຂໍໃຫ້ຜູ້ເສຍຊີວິດໄປສູ່ສຸຂະຕິ ສ່ວນຄົນຕຳກໍ່ຕ້ອງຮັບໂທດຕາມກົດໝາຍ.
ອຸບັດຕິເຫດແມ່ນເກີດຂຶ້ນໄດ້ຕະຫຼອດເວລາ ສຳຄັນເຮັດຜິດແລ້ວີູ້ຄວາມຜິດໂຕເອງ ໂທດໜັກຈະກາຍເປັນເບົາໄດ້