• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ເບລ ເຊົາຈາກເຕະບານ ກຽມໄປເຂົ້າຮ່ວມແຂ່ງຂັນກ໊ອຟອາຊີບຊາຍ ຕົ້ນເດືອນໜ້າ

ByAdmin KL

Jan 24, 2023

ແກເຣັດ ເບລ ອະດີດນັກເຕະດັງລະດັບໂລກ ຢືນຢັນເຂົ້າຮ່ວມການແຂ່ງຂັນກ໊ອຟອາຊີບຊາຍ ຫຼື ພີຈີເອ ທົວ ລາຍການທໍາອິດລາຍການ ເອທີແອນທີ ເພັບເບິລ ບີຊ ໂປຣ-ແອມ ໃນລະຫວ່າງວັນທີ 2-5 ກຸມພາ 2023.
ສໍາລັບ ເບລ ມັກການຕີກ໊ອຟຕັ້ງແຕ່ສະໄໝທີ່ຍັງຫຼິ້ນບານເຕະອາຊີບ ເຊິ່ງຫຼັງຈາກທີ່ລາວຕັດສິນໃຈອໍາລາອາຊີບການເປັນນັກເຕະ ເມື່ອບໍ່ດົນມານີ້ (ເບິ່ງລາຍລະອຽດທີ່ຄລິບລຸ່ມນີ້ )

ຈົນຫຼ້າສຸດ ເບລ ອາຍຸ 33 ກໍປະກາດຈະເຂົ້າຮ່ວມການແຂ່ງຂັນກ໊ອຟລາຍການ ເອທີແອນທີ ເພັບເບິລ ບີຊ ໂປຣ-ແອມ ເຊິ່ງລາຍການດັ່ງກ່າວມີນັກກ໊ອຟຄົນດັງນອກວົງການກ໊ອຟມາຮ່ວມກັນຢູ່ເລື້ອຍໆ ເຊິ່ງໃນປີນີ້

ນອກຈາກ ເບລ ກໍຍັງມີຄົນດັງໃນວົງການອື່ນຍມາຮ່ວມແຂ່ງຂັນອີກຫຼາຍຄົນບໍ່ວ່າຈະເປັນ ບິລ ມາເຣ ນັກສະແດງ Ghostbusters ແລະ ແມັກເຄິລມໍ ສີລະປິນສຽງດີ…

ສ່ວນນັກກ໊ອຟອາຊີບທີ່ລົງແຂ່ງຂັນທີ່ໂດດເດັ່ນກໍມີ ຈໍແດນ ສະປິີດ, ລຸກ ໂດນັລໂດ ແລະ ແມັດ ຟິດຊ໌ແພັດທຣິກ ໂດຍມີເງິນລາງວັນລວມ 9 ລ້ານສະຫະລັດໂດລາ.

Leave a Reply

Your email address will not be published. Required fields are marked *