• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ສາວລາວ ຢູ 20 ຊ້ອມເຂັ້ມກຽມພ້ອມຮັບມີ ສາວຈີນ, ຮົງກົງ ແລະ ຟິລິບປິນ ທີ່ສະໜາມກິລາຫຼັກ 16

ວັນທີ 24/01/2023 ບັນຍາກາດການຝຶກຊ້ອມ ທີມບານເຕະຍິງ ທີມຊາດລາວ ຢູ່ທີ່ສະຫນາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ເພື່ອກະກຽມເຂົ້າຮ່ວມ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN’S ASIAN CUP 2024 ROUND 1.

ການແຂ່ງຂັນບານເຕະ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN’S ASIAN CUP 2024 ROUND 1 ແມ່ນຈະຈັດຂຶ້ນຢູ່ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ.

ສຳລັບ ທີມຊາດລາວ ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມ ນັບຕັ້ງແຕ່ ວັນທີ 10 ມັງກອນ 2023 ໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

– ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ
– ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ
– ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .
ລາຍລະອຽດເພີ່ມຕື່ມໃນຄລິບລຸ່ມນີ້:

Leave a Reply

Your email address will not be published. Required fields are marked *