• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ໜ້າຕິດຕາມ! ນ້ອງໃໝ່ ບໍລິຄໍາໄຊ ດືງ 3 ກອງຫຼັງດີກີທີມຊາດ ຮ່ວມລຸຍຄວາມທ້າທາຍໃນລາວລີກ 1

ບໍລິຄໍາໄຊ ເອັຟຊີ ສະມໂສອນນ້ອງໃໝ່ໃນເປບຊີ ລາວລີກ 1 ລະດູການ 2023 ປະກາດຜ່ານເພຈ໌ບຸກທາງການ ( Bolikhamxay Football Club ) ໃນວັນທີ 23-24 ມັງກອນ 2023 ວ່າ: ໄດ້ດຶງ 3 ນັກເຕະໃໝ່ທີ່ເຄີຍມີປະສົບການກັບທີມຊາດລາວ ຊຸດໃຫຍ່ ດັ່ງນີ້:

1.ສະໂມສອນ Bolikhamxay FC ໄດ້ຕົກລົງເຊັນສັນຍາ ນະລົງສິດ ຈັນທະລັງສີ ປາການຫຼັງດີກີທີມຊາດລາວ ເຂົ້າເສີມທັບເພື່ອກຽມລຸຍສຶກ Lao League 1 ລະດູການ 2023 ນີ້

2.ຄຸ້ນໜ້າຄຸ້ນຕາກັນດີກັບ ສາຍຊົນ ຂຸນສຳນານ ແຄ່ງປະສົບການສາລະພັດປະໂຫຍດ ໂດຍບັນລຸຂໍ້ຕົກລົງກັບ ສະໂມສອນ Bolikhamxay FC ເຂົ້າສູ່ແຄ້ມຂອງສະໂມສອນຢ່າງເປັນທາງການ…..

3.ນັກເຕະທີ່ມີປະສົບການ ຜ່ານເວທີມາທຸກຮູບແບບ ທັງໃນ ແລະ ຕ່າງປະເທດ ຈະເປັນນັກເຕະທີ່ສາມາດສ້າງແຮງຈູງໃຈກະຕຸ້ນໃຫ້ເພື່ອນຮ່ວມທີມ ທັງໃນສະໜາມຊ້ອມ ແລະ ສະໜາມແຂ່ງ ທົດນິລາດ ສີບຸນເຮືອງ ກັບປະສົບການທັງໃນທີມຊາດ ແລະ ສະໂມສອນໃນປະເທດໄທ….

Leave a Reply

Your email address will not be published. Required fields are marked *