• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ສຳຫລວດ ການພັດທະນາ-ປັບປຸງ ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ

ວັນທີ 20 ມັງກອນ 2023 ຜ່ານມາ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ, ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງ ລົງສຳຫລວດຄວາມເປັນໄປໄດ້ ໃນການຈັດກິດຈະກຳ, ປັບ ປຸງ ແລະ ພັດທະນາແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ໃຫ້ມີບັນຍາການຄືກຄື້ນ ເປັນຕົ້ນ ກິດຈະກຳ ດຶງດູດນັກທ່ອງທ່ຽວ, ປັບປຸງພື້ນຖານໂຄງລ່າງ ເຊັ່ນ: ຈຸດໂຮງແຮມສາຍເຊຣີສອດ ທີ່ຖືກຢຸດ ໃຫ້ບໍລິການໃນໄລຍະພະຍາດໂຄວິດ-19 ລະບາດ ແລະ ມີຄວາມຊຸດໂຊມ, ເປ່ເພ, ບາງດ້ານກໍ່ບໍ່ສາມາດບໍລິການໄດ້ ເພື່ອກັບມາໃຫ້ບໍລິການຕໍ່ນັກທ່ອງທ່ຽວອີກຄັ້ງ.


ການລົງສຳຫຼວດ ໃນຄັ້ງນີ້, ໄດ້ເກັບກຳຂໍ້ມູນຕ່າງໆ ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ ບໍລິສັດພັດ ທະນາແຫລ່ງທ່ອງທ່ຽວຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໃນການປະກອບເອກະສານ ສະ ເໜີຂັ້ນເທິງ ພິຈາລະນາ ແລະ ອະນຸຍາດ ໃນຂັ້ນຕໍ່ໄປ ເຊິ່ງເຈດຈຳນົງ ຂອງບໍລິສັດດັ່ງກ່າວ ແມ່ນຈະພັດທະນາແຫລ່ງທ່ອງທ່ຽວໃນຮູບແບບຊົງເດີມ, ຮັກສາເອກະລັກຂອງຊາດຂອງເຜົ່າ, ປັບປຸງອາຄານຫລັງເກົ່າ ທີ່ມີມາກ່ອນແລ້ວ ໃຫ້ກັບມານຳໃຊ້ໄດ້ໃນຮູບແບບເດີມ.

ຈັດສັນສະຖານທີ່ຄືນໃໝ່, ຕົບແຕ່ງໃນບໍລິເວນດັ່ງກ່າວໃຫ້ມີຄວາມສວຍງາມ, ເສີມສ້າງໃຫ້ມີຫລາຍກິດຈະກຳທ່ອງທ່ຽວ ຫລາຍຮູບແບບ, ຫລາຍສີສັນ ເປັນຕົ້ນ: ຍ່າງປ່າ, ຕັ້ງແຄ້ມ, ພະຈົນໄພ, ການພັກຜ່ອນ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍຈະພັດທະນາໃນດ້ານການບໍລິການທ່ອງທ່ຽວໃຫ້ໄດ້ຫລາຍລະດັບ ເພື່ອໃຫ້ນັກທ່ອງທ່ຽວ ສະດວກໃນການເລືອກໃຊ້ບໍລິການ.

ນອກຈາກນັ້ນ, ກໍຈະໄດ້ສົ່ງເສີມການບໍລິການ ໂດຍໃຫ້ປະຊາຊົນມີສ່ວນຮ່ວມ ແລະ ຊຸກຍູ້ການທ່ອງທ່ຽວ ໃນແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ຂອງແຂວງສາລະວັນ ໃຫ້ເປັນຮູບປະທຳ ແລະ ໄດ້ຮັບການພັດທະນາໄວໆນີ້.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *