• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ກຽມພ້ອມແລ້ວບໍ? ລາວກຽມເປັນເຈົ້າພາບ ຄັດບານເຕະຍິງຊີງແຊ້ມອາຊີ, ບົດທົດສອບບານເຕະຍິງລາວ

ສະຫະພັນບານເຕະແຫ່ງຊາດລາວ ປະກາດຜ່ານເພຈ໌ບຸກທາງການວ່າ: ການແຂ່ງຂັນບານເຕະ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN’S ASIAN CUP 2024 ROUND 1 ແມ່ນຈະຈັດຂຶ້ນຢູ່ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ.

ສຳລັບ ທີມຊາດລາວ ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມ ນັບຕັ້ງແຕ່ ວັນທີ 10 ມັງກອນ 2023 ໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ, ຜົນງານຜ່ານມາໄດ້ນຳພາ ທີມບານເຕະຍິງ ນະຄອນຫຼວງວຽງຈັນ ຄວ້າ 2 ແຊ້ມໃນປີ 2022 ຄື: ການແຂ່ງຂັນກິລາບານເຕະແຫ່ງຊາດປະຈຳປີ 2022 ແລະ ງານມະຫະກຳກິລາແຫ່ງຊາດຄັ້ງທີ XI ຊຽງຂວາງ ເກມ, ການຄັດເລືອກນັກກິລາ ແມ່ນໄດ້ເອີ້ນນັກກິລາເກັບຕົວຝຶກຊ້ອມຈຳນວນ 35 ຄົນ ທີ່ມາຈາກຫລາຍແຂວງເຊັ່ນ: ນະຄອນຫຼວງ, ແຂວງຈຳປາສັກ, ແຂວງຫູວງພະບາງ, ແຂວງວຽງຈັນ, ແຂວງອຸດົມໄຊ, ແຂວງສະຫວັນນະເຂດ ແລະ ແຂວງຊຽງຂວາງ, ສ່ວນການຕັດໂຕນັກກິລາ ແມ່ນຈະຕັດເປັນແຕ່ໄລຍະ ເພື່ອກຽມຄວາມພ້ອມ ອຸ່ນເຄື່ອງກັບປະເທດເພື່ອນບ້ານ ໃນຕົ້ນເດືອນກຸມພາ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
– ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ
– ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ
– ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ

Leave a Reply

Your email address will not be published. Required fields are marked *