• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ຢູ11 WIG ສູ້ໄດ້ສູສີກ່ອນພາດເສຍທ້າຍເກມໃຫ້ທີມອາຊີບຂອງໄທ, ສ່ວນ ມາຊດ້າ ຈອດຮອບ 8 ທີມ

ByAdmin KL

Jan 22, 2023

ສໍາເລັດພາລະກິດຂອງ 2 ທີມເຍົາວະຊົນລາວ ໂດຍສະເພາະ W.I.G NAGA ຖືວ່າຜົນງານໂດດເດັ່ນຄວ້າແຊ້ມໄດ້ 1 ຮຸ່ນກໍຄື ຢູ 9 ປີ ສາມາດພິກສະຖານະການເອົາຊະນະ Mazda GB FC ( ມາຊດ້າ ) ໄປ 3-2 ໃນຮອບຊີງຄວ້າແຊ້ມບານເຕະເຍົາວະຊົນ 6 ຄົນຊີງແຊ້ມພາກອີສານ 2023 ໄປຄອງ (ເບິ່ງຄລິບລຸ່ມນີ້ ), ສ່ວນຫຼ້າສຸດວັນທີ 22 ມັງກອນ 2023 ເປັນການແຂ່ງຂັນຮຸ່ນ 11 ປີປາກົດວ່າ 2 ທີມເຍົາວະຊົນລາວ ຈອດພຽງຮອບ 8 ທີມສຸດທ້າຍ ໂດຍສະເພາະແມ່ນ W.I.G NAGA ທີ່ພາດທ່າເສຍໄປທ້າຍຈາກການເສຍລູກໄໝ ແລະ ມີການຜິດພາດໜ້ອຍໜຶ່ງປ່ອຍຊ່ອງໃຫ້ຄູ່ແຂ່ງທີ່ເປັນລະດັບສະໂມສອນອາຊີບຢ່າງ ໄກ່ຈິວທີມ A ເຊິ່ງເປັນສະໂມສອນອະຄາເດມີ້ຂອງ ຫນອງບົວພິໄຊຢະ ທີມໃນໄທລີກ ທີ່ເປັນສະໂມສອນກິນນອນ ໄປຫວຸດຫວິດເທົ່ານັ້ນ 1-2 ທັງທີ່ມີໂອກາດຍິງຫຼາຍກວ່າ ແລະ ຄອງເກມຫຼາຍກວ່າ ແຕ່ຢ່າງໃດກໍຕາມຂໍຊົມເຊີຍນ້ອງໆສູ້ໃໝ່ລາຍການໜ້າ.

ສ່ວນ ຢູ 11 Mazda GB FC ຜ່ານເຂົ້າຮອບ 8 ທີມເຊັ່ນກັນແຕ່ໃນຮອບ 8 ທີມເສຍໃຫ້ກັບ ໄກ່ຈິວທີມ B ໄປຂາດລອຍ 0-5 ຕົກຮອບເຊັ່ນ 8 ທີມເຊັ່ນດຽວກັນ.

ສະຫຼຸບຜົນງານຂອງ 2 ທີມເຍົາວະຊົນລາວ:
– W.I.G NAGA: ຢູ 9 ປີໄດ້ແຊ້ມພາກອີສານ ແລະ ຢູ 11 ປີເຂົ້າຮອບ 8 ທີມ

– Mazda GB FC: ຢູ 9 ໄດ້ອັນດັບ 2 ແລະ ຢູ 11 ປີເຂົ້າຮອບ 8 ທີມ

Leave a Reply

Your email address will not be published. Required fields are marked *