• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ໄທວ່າ ຟຸດບອລເດັກອະໄຣຈະມັນຂະໜາດນີ້! ນັດ ຢູ 9 W.I.G ດັບຝັນMazda ນັດຊີງແຊ້ມພາກອີສານ

2 ສະໂມສອນເຍົາວະຊົນລາວ ກັບດາບີ້ແມັດແຫ່ງເມືອງລາວ ທີ່ໄປເກີດຂຶ້ນທີ່ປະເທດໄທ ໃນການເຂົ້າຮ່ວມແຂ່ງຂັນລາຍການທີ່ປະເທດໄທກໍຄືລາຍການ ບານເຕະ 6 ຄົນຊີງແຊັມພາກອີສານ 2023 ທີ່ຈັງຫວັດໜອງຄາຍ ປະເທດໄທ ໃນຮຸ່ນອາຍຸບໍ່ເກີນ 9 ປີທີ່ແຂ່ງຂັນໃນວັນທີ 21 ມັງກອນ 2023 ໂດຍ 2 ທີມເຍົາວະຊົນລາວ ທີ່ວ່າກໍເປັນ W.I.G NAGA ທີມນ້ອງໃໝ່ໄຟແຮງຂອງ ສປປ ລາວ ສາມາດຜ່ານເຂົ້າຮອບຊີງຊະນະເລີດພົບກັບ Mazda GB FC ແຊ້ມລາຍການແຊ້ມຊົນແຊ້ມ 2022 ແລະ ແຊ້ມລາຍການ ລາລີກາ ຢຸດ ທົວນາ ເມັ້ນທີ່.

ເຊິ່ງຄູ່ຊີ່ງດັ່ງກ່າວກາຍເປັນຄູຢຸດໂລກໄປເລີຍ ເມື່ອການແຂ່ງຂັນດໍາເນີນໄປຢ່າງດຸເດືອດຕັ້ງແຕ່ຕົ້ນເກມຈົນເຖິງວິນາທີສຸດທ້າຍ ໂດຍນັດຊີງຊະນະເລີດ Mazda GB FC ຂຶ້ນນໍາໄປກ່ອນ 2-0 ກ່ອນຈົບເຄິ່ງເວລາທໍາອິດ, ສ່ວນເຄິ່ງເວລາທີ 2 ເປັນໜັງຄົນລະມ້ວນ W.I.G NAGA ພັບສະໜັບບຸກ ແລະ ສ້າງໂອກາດຍິງໄດ້ຢ່າງຕໍ່ເນື່ອງກ່ອນມາໄດ້ປະຕູຕີສະເໝີ 2-2 ໃນໄລຍະທ້າຍເກມ ກ່ອນທີ່ W.I.G NAGA ພິກເອົາຊະນະໄປ 3-2 ຄວ້າແຊັມໄປຄອງ ເບິ່ງລາຍລະອຽດໄດ້ທີ່ຄລິບລຸ່ມນີ້

ແນ່ນອນວ່ານັດຊີງຄັ້ງນີ້ ໄດ້ຮັບການຍ້ອງຍໍຈາກແຟນບານຊາວໄທ ທີ່ໄປເບິ່ງແມັດດັ່ງກ່າວຢ່າງຫຼວງຫຼາຍຕະຫຼອດການແຂ່ງຂັນ ແລະ ຍອມຮັບວ່າ W.I.G NAGA ແລະ ມາສດ້າ ເປັນທີມເຍົາວະຊົນທີ່ດີທີ່ສຸດໃນຮຸ່ນອາຍຸບໍ່ເກີນ 9 ປີຈົນໂຄສົກສະໜາມບອກວ່າ “ຟຸດບອລເດັກອະໄລຈະມັນຂະໜາດນີ້”

ສໍາລັບ W.I.G NAGA ສ້າງຕັ້ງຂຶ້ນມາໃນປີ 2022 ຖືວ່າເປັນສະໂມສອນເຍົາວະຊົນທີ່ໄຟແຮງ ໂດຍຜົນງານທີ່ຜ່ານມາ ເບິ່ງໄດ້ຕາມຄລິບລຸ່ມນີ້

Leave a Reply

Your email address will not be published. Required fields are marked *