ທຸກຄັ້ງເມື່ອໃກ້ຈະຮອດລດູການເຂົ້າຮຽນສຳລັບຜູ້ພໍມີເງິນແນ່ຄົງບໍ່ແມ່ນບັນຫາໃຫຍ່ ແຕ່ຄອບຄົວຍາກຈົນຕ້ອງແລ່ນໃຕ້ປົບເໜືອຫາເງິນໃຫ້ລູກໆໄດ້ໄປໃຊ້ຈ່າຍຈົດທະບຽນຮ່ຳຮຽນໃນສົກໃໝ່ ແລະຖືວ່າເປັນຂ່າວດີທີ່ສຸດ ທີ່ພະແນກສຶກສາແຂວງຫຼວງພະບາງໄດ້ມີແຈ້ງການບໍ່ໃຫ້ເກັບຄ່າທຳນຽມການລົງທະບຽນຮຽນໃດໆທັ້ງໝົດ ຍົກເວັ້ນແຕ່ໂຮງຮຽນເອກະຊົນ.
ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ອອກໜັງສືແຈ້ງການ ເລກທີ 1720/ສກຂ-ຫຼບ ລົງວັນທີ 15 ສົງ 2022 ເຖິງ: ທ່ານຫົວໜ້າຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 11 ເມືອງ/ນະຄອນຫຼວງພະບາງ ແລະ ຜູ້ອຳນວຍການໂຮງຮຽນ ອ້ອມຂ້າງພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບເລື່ອງ ເກັບເງິນຄ່າທຳນຽມ ແລະ ຄ່າບໍລິການນໍານັກຮຽນທີ່ມາສະເໜີຕົວເຂົ້າຮຽນໃນສົກຮຽນ 2022-2023.
ໂດຍອີງຕາມ ລັດຖະບັນຢັດ ຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002 ປປທ, ລົງວັນທີ 17 ມິຖຸນາ 2021; ແລະການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບ ຂອງຄະນະພະແນກສຶກສາທິການ ແລະ ກິລາແຂວງ.
ດັ່ງນັ້ນ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຈຶ່ງແຈ້ງມາເພື່ອຊາບວ່າໃນສົກຮຽນ 2022-2023 ນີ້ ບໍ່ອານຸຍາດໃຫ້ບັນດາໂຮງຮຽນສາຍສາມັນສຶກສາພາກລັດ ໃນທົ່ວແຂວງຫຼວງພະບາງ, ເກັບເງິນຄ່າທຳນຽມ ແລະ ຄ່າບໍລິການ ນໍານັກຮຽນທີ່ມາສະເໜີຕົວເຂົ້າຮຽນໃໝ່, ກໍລະນີໂຮງຮຽນມີແຜນພັດທະນາໂຮງຮຽນແມ່ນໃຫ້ນໍາໃຊ້ບ້ວງເງິນບໍລິຫານ ໂຮງຮຽນຕາມຫົວໜ່ວຍນັກຮຽນທີ່ລັດຖະບານສະໜອງໃຫ້, ຖ້າຫາກວ່າສະມາຄົມພໍ່ແມ່ນັກຮຽນ ຈະເກັບເງິນນຳຜູ້ປົກຄອງ ນັກຮຽນ ເພື່ອມາຊ່ວຍໃນການພັດທະນາໂຮງຮຽນຮອບດ້ານ ຕ້ອງໄດ້ຮັບຄວາມເຫັນດີເປັນເອກະພາບຈາກຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງເມືອງ, ເຈົ້າເມືອງ/ເຈົ້ານະຄອນ.
ສຳລັບໂຮງຮຽນທີ່ມີຫ້ອງຮຽນສອງພາສາໃນສາຍສາມັນສຶກສາ ການນຳໃຊ້ງົບປະມານໃນການພັດທະນາໂຮງຮຽນ ກໍໃຫ້ປະຕິບັດເອກະພາບຄືກັບໂຮງຮຽນສາຍພາສາລາວທົ່ວໄປ, ການເກັບເງິນຄ່າຮຽນນໍານັກຮຽນຕາມທີ່ເຄີຍປະຕິບັດກັນຜ່ານມານັ້ນໃຫ້ລົບລ້າງ, ສ່ວນການນຳໃຊ້ງົບປະມານໃນການບໍລິຫານໂຮງຮຽນເລີ່ມແຕ່ສົກຮຽນນີ້ເປັນຕົ້ນໄປໃຫ້ປະຕິບັດຕາມ ມາດຕາ 13 ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງຮຽນທີ່ມີຫ້ອງຮຽນສອງພາສາໃນສາຍສາມັນເລກທີ 2521/ສສກ, ລົງ ວັນທີ 24 ມິຖຸນາ 2022. ດັ່ງນັ້ນ, ຈຶ່ງໄດ້ແຈ້ງການເຖິງທ່ານ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມໜ້າທີ່ ຂອງໃຜລາວໃຫ້ໄດ້ຮັບຜົນດີ.