• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວ 2022 ຜູ້ເປີດປະຕູໃຫ້ ສປປ ລາວ ຍັງຄົງຖືກຄົ້ນຫາເລື້ອຍໆ

ການປະກວດ ມິສຢູນີເວີດໄດ້ຜ່ານພົ້ນມາເປັນທິດແລ້ວ ແຕ່ກະແສນ້ອງປ່າ ຫຼື ປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວ 2022 ຜູ້ເປີດປະຕູໃຫ້ ສປປ ລາວ ເຮົາ ຍັງດັງກ້ອງຢູ່ໃນສື່ສັງຄົມອອນລາຍຫຼາຍຂຶ້ນເລື້ອຍໆ.

ຕົວແທນສາຍສະພາຍລາວປີນີ້ເຖິງຈະບໍ່ໄດ້ເຂົ້າສູ່ຮອບເລີກທີ່ສຸດແຕ່ນ້ອງປ່າໄດ້ເປີດປະຕູໃຫ້ລາວໄດ້ໄປຢືນຢູ່ໃນ 16 ຄົນສຸດທ້າຍແບບບໍ່ເຄີຍມີມາກ່ອນ ຈາກທີ່ປະເທດລາວໄດ້ສົ່ງສາວງາມເຂົ້າປະກວດແລ້ວ 6 ປີດ້ວຍກັນ ພິເສດໄປກວ່ານັ້ນ ປີນີ້ ນ້ອງປ່າຍັງເປັນສາວງາມໜຶ່ງດຽວໃນອາຊຽນທີ່ໄດ້ເຂົ້າຮອບຈິ່ງກາຍເປັນທີ່ສົນໃຈຫຼາຍຈາກປະເທດຕ່າງໆວ່າລາວມີດີຫຍັງຈຶ່ງໄດ້ເຂົ້າຮອບ.

ຈາກຄວາມສົງໄສຂອງຜູ້ຄົນທີ່ຕິດຕາມວົງການນາງງາມ ເຮັດໃຫ້ບັນດາສື່ເລີ່ມໄປຂຸດຄຸ້ຍຫາປະຫວັດເບື້ອງຫຼັງຂອງນ້ອງປ່າວ່າເປັນໃຜມາແຕ່ໃສ ມີຈຸດໃດໜ້າສົນໃຈເຖິງຕິດທັອບໄດ້.

ງານນີ້ເຖິງວ່າ ທ່ານ ແອນ ຈັກກະພົງ ປະທານກອງປະກວດ ມິສຢູນີເວີດໄດ້ອອກມາຢືນຢັນແລ້ວວ່າ ທີ່ນ້ອງປ່າໄດ້ເຂົ້າຮອບມາຈາກຜົນໂຫວດຂອງແຟນນາງງາມຈາກທົ່ວໂລກແລ້ວກໍ່ຕາມ ແຕ່ສື່ຕ່າງໆເຫັນວ່າ ການເປີດປະຫວັດສາດໃຫ້ລາວເທື່ອນີ້ຂອງສາວມົ້ງຄົນທຳອິດຄົນນີ້ມີຫຼາຍກວ່າການໂຫວດແນ່ນອນ ໃນເຫດຜົນທີ່ໄດ້ເຂົ້າຮອບ ເພາະເລື່ອງລາວຂອງນ້ອງເປັນອີຫຍັງທີ່ໜ້ານັບຖື ເປັນເລື່ອງເລົ່າທີ່ເບິ່ງແລ້ວນ້ອງເຂັ້ມແຂງຫຼາຍກວ່າຈະມາຮອດໃນຈຸດນີ້ທີ່ທຸກຄົນຮູ້ຈັກ.

ສື່ຕ່າງປະເທດຍັງວິເຄາະອີກວ່າ ທີມຈັກກະວານລາວໄດ້ຍິບຢົກເອົາຈຸດເດັ່ນຂອງຊົນເຜົ່າມາເຊີດຊູເບື້ອງຫຼັງທີ່ສຸດໜ້ານັບຖື ສິ່ງທີ່ນ້ອງປ່າໄດ້ພົບພໍ້ມາໃນຊີວິດກໍ່ຄືຄວາມຍາກຈົນ, ເດັກຜູ້ຍິງທີ່ຖືກພໍ່ແມ່ບອກໃຫ້ແຕ່ງງານ ລວມເຖິງໂອກາດທາງການສຶກສາ ນຳໄປສູ່ການລຸກຂຶ້ນມາສູ້ກັບຕົນເອງດ້ວຍການທຸ່ມເທແຮງກາຍແຮງໃຈຮຽນພາສາອັງກິດຢ່າງໜັກ ແລະຄາຍປົມທຸກຢ່າງດ້ວຍການເປັນຜູ້ສ້າງການປ່ຽນແປງໃນສັງຄົມ ດ້ວຍການເປັນຄູແບ່ງປັນຄວາມຮູ້ໃຫ້ຄົນອື່ນ ເປັນຜູ້ສ້າງແຮງບັນດານໃຈໃຫ້ຄົນລຸ້ນໃໝ່ ເຊິ່ງນັ້ນເປັນການເລົ່າເລື່ອງທີ່ດີສຸດໆ ບວກກັບຄວາມໝັ້ນໃຈຂອງນ້ອງປ່າເອງເວລາເວົ້າ ສິ່ງເຫຼົ່ານີ້ແມ່ນເໝາະສົມແລ້ວທີ່ໄດ້ເຂົ້າຮອບ Simi final.

ດ້ວຍການເຫັນຄຸນຄ່າທາງການສຶກສາ ແລະເລືອກທີ່ຈະສ້າງຊີວິດທີ່ດີຂອງນ້ອງປ່າເອງ ເຮັດໃຫ້ສາວມົ້ງຄົນນີ້ໄດ້ເຂົ້າມາຢືນຢູ່ເວທີຈັກກະວານເປັນຄົນທຳອິດ ແລະຍັງເປັນນາງງາມຈາກປະເທດລາວຄົນທຳອິດໃນປະຫວັດສາດທີ່ສ້າງຜົນງານໄດ້ ໄດ້ເຂົ້າຮອບ 16 ຄົນສຸດທ້າຍ ແລະເຊື່ອວ່າ ນ້ອງປ່າ ຈະສາມາດເປັນໂຣມໂມໂດ ຫຼື ເປັນຕົ້ນແບບທີ່ດີໃຫ້ກັບສັງຄົມໄດ້ ບໍ່ແມ່ນມາຈາກຄວາມງາມ ແຕ່ມາຈາກເລື່ອງລາວທີ່ຢູ່ໃນຕົວປ່າເຢັ້ງຊາ ລໍ່ ມິສຢູນີເວີດ 2022 ນີ້ເປັນຕົວຢ່າງແພັດຟອມທີ່ສວຍງາມຂອງນາງງາມທີ່ສາມາດຍົກລະດັບຊີວິດຈາກແມ່ຍິງຄົນໜຶ່ງສູ່ສັງຄົມຈຳນວນຫຼາຍທີ່ແທ້ຈີງ.

Leave a Reply

Your email address will not be published. Required fields are marked *