ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022 ໄດ້ເປີດຂຶ້ນຢ່າງເປັນການ ໃນຕອນເຊົ້າຂອງວັນທີ 19 ມັງກອນ ແລະ ໄດ້ປິດລົງໃນວັນທີ 20 ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ 5 ຫົວຂໍ້ທີ່ສຳຄັນ ໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາລວມຂອງຊາດ ຄື:
ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2022 ແລະ ທິດທາງແຜນວຽກຈຸດສຸມ ປີ 2023 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນຳໄປປັບປຸງ ແລະ ຮຽບຮຽງ ໃຫ້ມີເນື້ອໃນລະອຽດຄົບຖ້ວນສົມບູນຂຶ້ນຕື່ມ, ທັງຫັນເອົາບັນດາວຽກຈຸດສຸມດັ່ງກ່າວ ສອດເຂົ້າໃນດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປີ 2023 ເພື່ອເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມກັນນີ້, ໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າ ໃນການສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ທີ່ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດທີ່ຕົນຮັບຜິດຊອບດ້ວຍບາດກ້າວບຸກທະລຸ ແລະ ມີທ່ວງທ່າດີຂຶ້ນ. ພ້ອມກັນນັ້ນ, ກໍໃຫ້ມີກົນໄກໃນການຊຸກຍູ້, ຕິດຕາມ, ກວດກາ ແລະ ລາຍງານຄວາມຄືບໜ້າ ຜົນການຈັດຕັ້ງປະຕິບັດທິດຊີ້ນຳ ແລະ ການຕົກລົງ ຂອງລັດຖະບານ ໃນແຕ່ລະໄລຍະ ຢ່າງເປັນປົກກະຕິ.
ວາລະທີ 2: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການກຳນົດໜ້າວຽກຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປະຈຳປີ 2023, ແຕ່ໃຫ້ປັບປຸງຕື່ມບາງຈຸດ ຕາມການປະກອບຄໍາເຫັນຂອງກອງປະຊຸມ ໂດຍສະເພາະ ການກຳນົດໜ້າວຽກຕົວຈິງ ຕ້ອງລະອຽດ, ຈະແຈ້ງ ແລະ ມີຄາດໝາຍດ້ານເວລາ ໃນການຈັດຕັ້ງປະຕິບັດ; ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນເຈົ້າການສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງຄືນ ຮ່າງດຳລັດດັ່ງກ່າວໃຫ້ສົມບູນ ເພື່ອສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນປະກາດໃຊ້ໂດຍໄວ.
ວາລະທີ 3: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາການລາຍງານ ກ່ຽວກັບຂໍ້ຫຍຸ້ງຍາກ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ສະເໜີແຜນແບ່ງຄວາມຮັບຜິດຊອບ ແລະ ແຜນວຽກຕົວຈິງ ໃນການປັບປຸງສະພາບແວດລ້ອມການລົງທຶນ ຢູ່ ສປປ ລາວ ໃນປີ 2023. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ນໍາໄປປັບປຸງຕື່ມຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍສະເພາະການກຳນົດແຜນວຽກຕົວຈິງ ແລະ ການຈັດບຸລິມະສິດໃນການປັບປຸງແຕ່ລະວຽກ ໂດຍໃຫ້ມີຄາດໝາຍກຳນົດເວລາລະອຽດ. ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນເຈົ້າການສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫັນເອົາບັນດາໜ້າວຽກຕົວຈິງໃນການປັບປຸງສະພາບແວດລ້ອມໃນການລົງທຶນ ປະຈຳປີ 2023 ເຂົ້າໃນເນື້ອໃນຂອງດຳລັດນາຍົກລັດຖະມົນຕີ ວ່າດ້ວຍການກຳນົດໜ້າວຽກຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ປະຈໍາປີ 2023 ເພື່ອເປັນບ່ອນອີງໃຫ້ຂະແໜງການ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ແລະ ຊຸກຍູ້ຕິດຕາມ.
ວາລະທີ 4: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານ ການຮ່ວມມື ລາວ-ຫວຽດນາມ ເປັນຕົ້ນ: ຜົນການຢ້ຽມຢາມ ຂອງຝ່າຍລາວ ຢ່າງເປັນທາງການ, ຜົນກອງປະຊຸມສະຫຼຸບ ປີສາມັກຄີ ລາວ-ຫວຽດນາມ ແລະ ສະພາບການຈັດຕັ້ງປະຕິບັດບັນດາເນື້ອໃນ ຂໍ້ຕົກລົງ ຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ, ແຜນວຽກ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຕົວຈິງ ແຜນການຮ່ວມມື ປີ 2023. ກອງປະຊຸມ ໄດ້ຊີ້ນໍາ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມບາງຈຸດ ຕາມການປະກອບຄຳເຫັນ ເປັນຕົ້ນ ແຜນວຽກ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຕົວຈິງ ໃນປີ 2023 ໃຫ້ລະອຽດ, ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ເປັນພິເສດ ຕໍ່ການແກ້ໄຂບັນດາໂຄງການຮ່ວມມືແກ່ຍາວມາດົນແລ້ວ ໂດຍສະເພາະສະໜາມບິນໜອງຄ້າງ, ທ່າເຮືອຫວຸງອ່າງ ແລະ ອື່ນໆ; ມອບໃຫ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຫັນເອົາແຜນວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຕົວຈິງ ໃນປີ 2023 ອອກເປັນແຈ້ງການສະເພາະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
ວາລະທີ 5: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດລາຍງານສະພາບການ ຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເປັນທັນສະໄໝ ໃນປີ 2022 ແລະ ສະເໜີແຜນວຽກຕົວຈິງ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023 ແຕ່ໃຫ້ພາກສ່ວນກ່ຽວຂ້ອງປັບປຸງຕື່ມບາງຈຸດ ຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍສະເພາະໃນປີ 2023 ຕ້ອງສູ້ຊົນຫັນການເກັບລາຍຮັບ ຢູ່ບັນດາດ່ານສາກົນ ເປັນທັນສະໄໝ ໃຫ້ໄດ້ 100% ແລະ ຫັນການເກັບລາຍຮັບຈາກຄ່າທຳນຽມ ແລະ ຄ່າບໍລິການ ຕາມແຜນທີ່ໄດ້ກຳນົດໄວ້.
ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນນຕີ ເປັນເຈົ້າການສົມທົບກັບກະຊວງການເງິນ ຫັນເອົາບັນດາໜ້າວຽກຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023 ບັນຈຸເຂົ້າໃນເນື້ອໃນຂອງດໍາລັດ ວ່າດ້ວຍການກຳນົດໜ້າວຽກຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ເພື່ອເປັນບ່ອນອີງໃຫ້ຂະແໜງການກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແລະ ຊຸກຍູ້ຕິດຕາມ.