• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ທ່ານ ນາງ ຫວໍ ທິ ແອັງ ຊວັນ ໄດ້ຮັບແຕ່ງຕັ້ງຮັກສາການປະທານປະເທດຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 18 ມັງກອນຜ່ານມາ, ທ່ານ ເວືອງ ດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຊັນບົດລາຍງານກ່ຽວກັບການປະຕິບັດສິດປະທານປະເທດ ສສຫວຽດນາມ.


ຂ່າວລະບຸວ່າ: ທ່ານ ນາງ ຫວໍ ທິແອັງ ຊວັນ ຮອງປະທານປະເທດຫວຽດນາມ ໄດ້ຖືກແຕ່ງຕັ້ງໃຫ້ຮັກສາການເປັນປະທານປະເທດ ສສ ຫວຽດນາມ ຈົນກວ່າສະພາແຫ່ງຊາດຫວຽດນາມ ຈະມີການແຕ່ງຕັ້ງປະທານປະເທດຄົນໃໝ່. ຕາມບົດລາຍງານ ໂດຍອີງໃສ່ລັດຖະທໍາມະນູນ ແຫ່ງ ສສ ຫວຽດນາມ, ອີງໃສ່ກົດໝາຍຈັດຕັ້ງສະພາແຫ່ງຊາດ ສະບັບເລກທີ 57/2014 ສພ-13 ສະບັບປັບປຸງ ເພີ່ມເຕີມບາງມາດຕາ ຕາມກົດໝາຍເລກທີ 65/2020 ສພ-14, ອີງຕາມມະຕິຕົກລົງສະບັບເລກທີ 83/2023 ສພ-15, ລົງວັນທີ 18 ມັງກອນ ປີ 2023 ຢູ່ກອງປະຊຸມວິສາມັນຄັ້ງທີ 3 ສະພາແຫ່ງຊາດຄັ້ງທີ XV, ອີງຕາມຜົນການສະຫຼຸບຂອງກົມການເມືອງກ່ຽວກັບການແບ່ງວຽກຄະນະກໍາມະການສູນກາງພັກ ໃຫ້ຮັກສາການປະທານ ປະເທດ ສສ ຫວຽດນາມ.

ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ປະກາດວ່າ: ທ່ານ ນາງ ຫວໍ ທິແອັງ ຊວັນ ໄດ້ຖືກມອບໝາຍໃຫ້ຮັກສາການປະທານປະເທດຫວຽດນາມ ພາຍຫຼັງຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຕົກລົງເຫັນດີໃຫ້ ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ເຂົ້າພັກການ-ຮັບອຸດໜູນບໍານານ.

Leave a Reply

Your email address will not be published. Required fields are marked *