ເປັນໜຶ່ງວັນທີ່ລືມບໍ່ໄດ້ໃນທຸກໆປີ ສຳລັບພໍ່ແມ່ປະຊາຊົນລາວ ຜູ້ຮັກຊາດຮັກໃນປຸຕິພຸມທີ່ບັນພະບຸລຸດລາວໄດ້ສ້າງເອົາໄວ້ ນັ້ນຄືວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ 1949 ມາຮອດ 20 ມັງກອນ 2023 ແມ່ນຄົບຮອບ 74 ປີ.
ມື້ນີ້ ເດີເນັກມີເດຍ ພາທ່ານມາຮູ້ຈັກກັບປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ, 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ່ ເຂດລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ ກອງລາດຊະວົງ ” ຂຶ້ນຢ່າງເປັນທາງການ ໂດຍແມ່ນ ທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນນຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນຊາການ, ໃນມື້ດຽວກັນນັ້ນ, ໂດຍພາຍໃຕ້ການນໍາພາອັນແທດເໝາະຂອງ ສາຂາພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ກອງປະຊຸມໄດ້ເອົາສະຖານທີ່ກອງລາດຊະວົງ ເປັນບ່ອນຈັດຕັ້ງພິທີການປະກາດສ້າງຕັ້ງກອງທັບປະຊາຊົນລາວອິດສະຫຼະຂຶ້ນ ຢ່າງເປັນທາງການຢູ່ສະຖານທີ່ດຽວກັນ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ.
ຖັດຈາກນັ້ນມາ, ບັນດາກອງເອກະລາດອື່ນໆເຊັ່ນ : ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ກໍໄດ້ປະກາດຮັບເອົາເຂົ້າໂຮມເປັນກອງທັບລາວອິດສະຫຼະເປັນທາງການ ພາຍໃຕ້ການຊີ້ນໍາໂດຍດົງຂອງສາຂາພັກກອມມຸນິດອິນດູຈີນ ປະຈໍາລາວ.
ນັບຕັ້ງແຕ່ນັ້ນມາວັນທີ 20 ມັງກອນ 1949 ຈິ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ “ກອງທັບປະຊາຊົນລາວ” ທັງນີ້, ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ ກໍ່ຄືຂະບວນປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນບັນດາເຜົ່າຜູ້ຮັກຊາດ,
ຫົນທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນໍາຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການ, ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດສໍາເລັດພາລະກໍາປະຫວັດສາດ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ,
ແລະສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ແລະ ມາເຖິງປັດຈຸບັນ ກຳລັງຂອງ ກອງທັບປະຊາຊົນປະຕິວັດລາວ ຍັງເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ ວັດທະນະຖາວອນ ຕະຫລອດໄປ.