• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ມາແລ້ວນ້ອງສາວຄົນຫຼ້າສຸດຫຼື…ຂອງ ດາໝົດ ສຸດຫຼໍ່ທີມຊາດລາວ ຢູ 19 ແມ່ນລະຫວານິ (ຄລິບ)

ດັ່ງທີ່ຮູ້ໄລຍະນີ້ເປັນໄລຍະພັກການແຂ່ງຂັນໃນລາວລີກ ແລະ ລາຍການອື່ນ ແນ່ນອນການແຂ່ງຂັນກໍ່ຈະເລີ່ມການແຂ່ງຂັນລະດູການ 2023 ຂຶ້ນໃນໄວໆນີ້. ໂດຍແອັດໄດ້ເລື່ອນຂ່າວເຫັນ 1 ຂ່າວລືຄື: ດາໝົດ ກຽມຍ້າຍຈາກ ຈໍາປາສັກ ເອັຟຊີ ສະໂມສອນໃນບ້ານເກີດ ຂຶ້ນມາຢູ່ກັບ ມາສເຕີ 7 ເອັຟຊີ ກໍເລີ່ມໄປຊອກຂໍ້ມູນ ແຕ່ບັງເອີນໄປພົບຮູບເດັດຂອງ ດາໝົດ ກັບ ສາວຄົນໜຶ່ງ ( ໄປເບິ່ງເອົາເອງກະແລ້ວກັນໃນຄລິບລຸ່ມນີ້ )

ສໍາລັບ ດາໝົດ ທອງຄໍາສະຫວັດ ປັດຈຸບັນອາຍຸພຽງ 18 ປີເທົ່ານັ້ນກາຍເປັນນັກເຕະດາວເດັ່ນໃນລາວເຮົາ ຈາກຜົນງານໂດດເດັ່ນພາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີສ້າງປະຫວັດສາດຄວ້າຮອງແຊ້ມການແຂ່ງຂັນບານເຕະຊີງແຊັມອາຊຽນ 2022 ທີ່ປະເທດອິນໂດເນເຊຍ

ສ່ວນຜົນງານໃນສະໂມສອນ ດາໝົດ ຫຼິ້ນໃຫ້ກັບສະໂມສອນ ຈໍາປາສັກ ເອັຟຊີ ເຂົ້າຮ່ວມການແຂ່ງຂັນບາເຕະ ເປບຊີ ລາວລີກ 1 ລະດູການ 2022 ຫຼ້າສຸດປີ 2023 ມີຂ່າວວ່າຈະຍ້າຍມາຫຼິ້ນໃຫ້ກັບ ມາສເຕີ 7 ເອັຟຊີ ສະໂມສອນໃນນະຄອນຫຼວງວຽງຈັນ (ເບິ່ງຜົນງານອື່ນໆໄດ້ທີ່ຄລິບລຸ່ມນີ້)

Leave a Reply

Your email address will not be published. Required fields are marked *