• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ຂອງຂວັນຈາກຊາວນາ ປູກສາລີ ເປັນຮູບໜ້າຂອງ ເມສຊີ ສະຫຼອງໄດ້ແຊ້ມບານໂລກ

ຊາວໄຮ່ຊາວນາໃນປະເທດອາເຈນຕິນາ ພາກັນລົງທຶນປູກສາລີເປັນຮູບໜ້າຂອງ ລິໂອເນລ ເມສຊີ ກອງໜ້າຂວັນໃຈຊາວອາເຈນຕິນາ ໃນພື້ນທີ່ 124 ເອເຄີິ ເພື່ອເປັນການສະຫຼອງທີ່ ເມສຊີ ພາທີມຊາດຄວ້າແຊັມບານໂລກ 2022 ທີ່ປະເທດກາຕ້າ.

ເມສຊີ ປັດຈຸບັນໄປແຂ່ງຂັນໃຫ້ກັບ ປາຣີາ ແຊງ-ແຊງແມງ ສະໂມສອນໃນລີກສູງສຸດຂອງປະເທດຝຣັ່ງ ຫຼັງກ່ອນໜ້ານີ້ພາ ທີມຊາດອາເຈນຕິນາ ປະສົບຄວາມສໍາເລັດດ້ວຍການຄວ້າແຊ້ມບານໂລກ 2022 ຫຼ້າສຸດເພື່ອເປັນການສະຫຼອງໃຫ້ກັບຄວາມສໍາເລັດໃນໜ້າປະຫວັດສາດຂອງປະເທດອາເຈນຕິນາ ມັກຊິມິເລຍໂນ ສະປິນາຊເຊ ຊາວນາຊາວອາເຈນຕິນາ ຕັດສິນໃນສ້າງໃບໜ້າຂອງ ເມສຊີ ດ້ວຍການປູກສາລີທີ່ອອກແບບມາເປັນພິເສດ.

ສໍາລັບ ວິທີປູກນັ້ນ ສະປິນາຊຊາ ໃຊ້ອັລກໍຣີທີມໃນການຄໍານວນເມັດສາລີ ຈະຕ້ອງປູກເປັນຈຸດໆ ເພື່ອໃຫ້ໃຫຍ່ຂຶ້ນມາແລ້ວກາຍເປັນຮູບໜ້າຂອງ ເມສຊີ ໂດຍປູກຢູ່ໃນ ລອສ ກອນໂດເຣສ ເຊິ່ງຕັ້ງຢູ່ໃຈກາງເມືອງກໍໂດບາ ຫຼ້າສຸດໃນເດືອນມັງກອນ 2023 ແມ່ນໄດ້ໃຫຍ່ເປັນເປັນຮູບໜ້າຂອງ ເມສຊີ ຕາມຮູບ.

Leave a Reply

Your email address will not be published. Required fields are marked *