• Fri. Jun 2nd, 2023

Lao Sport Update

ຮອບດ້ານວົງການກິລາ

ສາທຸນໍ້າເດີ້ ໜຸ່ມ ໂຕໂນ້ ດາລາໄທ ຢ້ຽມຢາມໂຮງຫມໍທີ່ລາວ ເຊີເວກຽມ ລອຍນໍ້າຂ້າມ 2 ຝັ່ງ ລະດົມທຶນຊ່ວຍລາວ-ໄທ

ແຟນຄັບນໍຮ່ວມຕ້ອນຮັບດ້ວຍຄວາມອົບອຸ່ນ ຫຼໍ່ໆ ເຊິ່ງໂຕ່ໂນ້ ກຽມພ້ອມລອຍຂ້າມນໍ້າຂອງ ລະດົມເງິນຊ່ວຍເຫຼືອໂຮງຫມໍສອງຝັ່ງ ລາວ-ໄທ

.


ໂຕ່ໂນ້ ພາຄິນ ພະເອກຈາກຝັ່ງໄທ ບອກວ່າຈະເຮັດໃຫ້ເຕັມທີ່ ຫາກເຮັດໃຫ້ຄົນຫັນມາສົນໃຈສິ່ງແວດລ້ອມ

.

ເວົ້າໄດ້ວ່າ ເປັນອີກໜຶ່ງຫນຸ່ມ ທີ່ມັກທຸ່ມກາຍ ແລະ ໃຈ ເພຶ່ອຊ່ວຍເຫຼືອສັງຄົມຢູ່ຕະຫຼອດເວລາ ລ່າສຸດເຈົ້າໂຕຈັດໂຄງການດີໆ ກຽມຟິດຮ່າງກາຍ ລອຍຂ້າມນ້ຳຂອງ ກັບໂຄງການ “ One Man & The River ໜຶ່ງຄົນລອຍ ຫຼາຍຄົນໃຫ້ “ ເພຶ່ອລະດົມທຶນຊື້ອຸປະກອນ ທາງການແພດໃຫ້ກັບໂຮງໝໍ ສອງຝັ່ງຂອງລາວ ໄທ

.

ການລອຍນ້ຳຂ້າມນ້ຳຂອງໃນຄັ້ງນີ້ ລວມໄລຍະທາງໄປກັບແມ່ນ 15 ກິໂລແມັດ ໃນ 1 ມື ເຊິ່ງເປັນໄລຍະທາງທີ່ໄກທີ່ສຸດເທົ່າທີ່ ໂຕໂນເຄີຍລອຍມາ ກິດຈະກຳແມ່ນຈະຂື້ນໃນວັນທີ 22 ຕຸລາ 2022 ນີ້

.

ກຽມຕິດຕາມ ແລະ ໃຫ້ກຳລັງໃຈ ອ້າຍໂຕ່ໂນ້ແນ່ເດີ້ແຟນໆ

Leave a Reply

Your email address will not be published. Required fields are marked *