• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ໂອໂຫ! ບານເຕະ ແຊມເບຍ ມອບລາງວັນນັກເຕະດີເດັ່ນເປັນ ໄຂ່ 5 ແຕະ, ແຕ່ນັກເຕະກະຍັງເກັ່ງ

ຂອງລາງວັນອາດຈະບໍ່ແມ່ນສິ່ງສໍາຄັນໃນການພັດທະນາວົງການບານເຕະ ແຕ່ຢູ່ການຄວາມຕັ້ງໃຈ ແລະ ຄວາມມຸ່ງໝັ້ນຄືດັ່ງກ່າວ ວົງການບານເຕະ ແຊມເບຍ ໄດ້ມີການມອບລາງວັນນັກເຕະດີເດັ່ນປະຈໍາເດືອນຂອງ ແຊມເບຍ ດ້ວຍການມອບລາງວັນເປັນໄຂ່ 5 ເຕະໃຫ້ກັບນັກເຕະດີເດັ່ນ.

ໂດຍມີແຫຼ່ງຂ່າວໃນປະເທດແຊມເບຍ ລະບຸວ່າ: ນັກເຕະທີ່ໄດ້ຮັບລາງວັນດີເດັ່ນດັ່ງກ່າວແມ່ນ Kennedy Musonda ກອງໜ້າຂອງສະໂມສອນ Young Africans S.C ໃນລີກແຊມເບຍ ໃນພາກພື້ນອາຟຣິກາໃຕ້.

ແຫຼ່ງຂ່າວລະບຸອີກວ່າ: ລີກແຊັມເບຍເປັນປະເທດໃນທະວີບ ອາຟຣິກາໃຕ້ ການມອບລາງວັນນັ້ນອາດແຕກຕ່າງຈາກທີ່ອື່ນທີ່ໃຫ້ຂັນລາງວັນ ຫຼື ເງິນສົດ ຫຼື ສິ່ງທີ່ມີມູນຄ່າຈາກຜູ້ສະໜັບສະໜູນ ແຕ່ຂ່າວທີ່ເກີດຂຶ້ນຖືກແຊຈໍານວນຫຼາຍໃນການມູມມອງຄວາມຮັກ ແລະ ການພັດທະນາສັກກະພາບ ອາດບໍ່ໄດ້ຢຶດຕິດທີ່ຂອງລາງວັນ.

ດັ່ງທີ່ແອັດມິນນົກກ່າວມາຂ້າງເທິງ ຂອງລາງວັນອາດຈະບໍ່ແມ່ນສິ່ງສໍາຄັນໃນການພັດທະນາວົງການບານເຕະ ແຕ່ຢູ່ການຄວາມຕັ້ງໃຈ ແລະ ຄວາມມຸ່ງໝັ້ນຄືດັ່ງກ່າວ ວົງການບານເຕະ ແຊມເບຍ ເນື່ອງຈາກທີມຊາດເຊຍເບຍ ປັດຈຸບັນແມ່ນຢູ່ອັນດັບທີ 88 ຂອງໂລກ ຖືກວ່າເປັນອີກໜຶ່ງຊາດທີ່ຕິດທ໊ອບ 100 ໂດຍຜົນງານກໍບໍ່ທໍາມະດາຄືຫຼາຍຄົນເຫັນໃນລາຍການທີ່ີຜ່ານມາ.

Leave a Reply

Your email address will not be published. Required fields are marked *