ກ່ອນໜ້ານີ້ ທ໊ອດແນມ ຮ໊ອດສະເປີ ສະໂມສອນຍັກໃຫຍ່ໃນພຣີເມຍລີກ ອັງກິດ ກຽມສືບສວນ ແລະ ລົງໂທດ ແຟນບານຂອງທີມຕົວເອງທີ່ກໍ່ເຫດຮຸນແຮງດ້ວຍການເຕະຫຼັງຂອງ ອາຣອນ ແຣມສ໌ເຣລ ຜູ້ຮັກສາປະຕູຂອງ ອາເຊນອລ ໃນການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ເມື່ອວັນທີ 15 ມັງກອນ 2023 ນັດທີ ອາເຊນອລ ບຸກເອົາຊະນະ ສະເປີ 2-0.
ເຫດການດັ່ງກ່າວ ເກີດຂຶ້ນຕອນທີ່ ຣິຊາຣິຊອນ ຜິດຖຽງກັບ ແຮມສ໌ເຣລ ກ່ອນທີ່ ຜູ້ຮັກສາປະຕູຂອງ ອາເຊນອລ ຈະຍ່າງໄປຫຼັງປະຕູ ເພື່ອໄປກິນນໍ້າ ກ່ອນຖືກແຟນບານຄົນດັ່ງກ່າວເຕະຫຼັງ ລາຍລະອຽດເບິ່ງຄລິບລຸ່ມນີ້
ຫຼ້າສຸດ ໃນວັນທີ 17 ມັງກອນ 2023 ເຈົ້າໜ້າທີ່ໄດ້ເປີດເຜີຍໂສມໜ້າຂອງແຟນບານຄົນດັ່ງກ່າວ ເຊິ່ງເປັນ ໂຈເຊຟ ວັດສ໌ ຊາວລອນດອນ ອາຍຸ 35 ປີທີ່ເຕະໃສ່ ແຣມສ໌ເດລ ແລະ ກໍຖືກຕັ້ງຂໍຫາທໍາຮ້າຍຮ່າງກາຍແລ້ວ ແລະ ມີກໍານົດຂຶ້ນສານໃນວັນທີ 17 ກຸມພາ 2023 ( ລາຍລະອຽດເບິ່ງຄລິບລຸ່ມນີ້ )