ໃນວັນທີ 16 ມັງກອນ 2023 ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ, ພົບປະໂອ້ລົມ ນາຍ ແລະ ພົນທະຫານ ວິທະຍາຄານນາຍທະຫານບົກກົມມະດໍາ ເນື່ອງໃນໂອ ກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20/1/1949-20/1/2023) ໃກ້ຈະມາເຖິງນີ້, ໂດຍການຕ້ອນຮັບຈາກ ທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ, ເລຂາຄະນະພັກ, ຫົວໜ້າການທະຫານ ວິທະຍາຄານນາຍທະຫານບົກກົມມະດຳ; ມີການນຳກະຊວງປ້ອງກັນປະເທດ, ການນຳແຂວງວຽງຈັນ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ວິທະຍາຄານນາຍທະຫານບົກກົມມະດຳ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະ ຕິບັດໜ້າທີ່ ໂດຍໄດ້ດຳເນີນການອົບຮົມສິດສອນບຳລຸງ-ກໍ່ສ້າງນາຍສິບ ແລະ ນາຍທະຫານສືບທອດ ເພື່ອປະກອບໃຫ້ແກ່ກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນທົ່ວປະເທດ, ດຳເນີນການປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງແນວຄິດ ແລະ ເຂັ້ມແຂງດ້ານການຈັດຕັ້ງ, ພ້ອມທັງ ເຮັດໜ້າທີ່ກຽມພ້ອມສູ້ຮົບ ແລະ ກຽມພ້ອມກອບກູ້ໄພພິບັດ ທີ່ອາດຈະເກີດຂຶ້ນ; ປະຕິບັດໜ້າທີ່ກໍ່ສ້າງຮາກຖານການເມືອງ ພົວພັນປະສານສົມທົບກັບອຳນາດການປົກຄອງອ້ອມຂ້າງ ປຸກລະດົມປະຊາຊົນເຂົ້າຮ່ວມ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ;
ປະຕິບັດໜ້າທີ່ຄົ້ນຄວ້າວິທະຍາສາດ, ປະຫວັດສາດການທະຫານຮັບໃຊ້ວຽກງານອົບຮົມສິດສອນຮ່ຳຮຽນ ໃຫ້ມີຄຸນນະພາບ; ປະຕິບັດທິດນຳ 4 ປູກ 4 ລ້ຽງ ບົນຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງກົມກອງດີຂຶ້ນ; ປະຕິບັດໜ້າທີ່ພົວພັນຮ່ວມມື ກັບກອງທັບກັບບັນດາປະເທດເພື່ອນມິດ ຕາມແນວທາງນະໂຍບາຍຂອງພັກ-ລັດ ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຂົງເຂດວຽກງານຕ່າງໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງຕົນເອງ ໂດຍສາ ມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມ ໂດຍເຊິ່ງໄດ້ຕີລາຄາສູງຕໍ່ໝາກຜົນຂອງການປະຕິວັດ ແລະ ມູນເຊື້ອອັນດີງາມ ຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 74 ປີຜ່ານມາ ເວົ້າລວມ, ເວົ້າສະເພາະ ບັນດາຜົນສຳເລັດ ທີ່ນາຍ ແລະ ພົນທະຫານ ວິທະຍາຄານນາຍທະຫານບົກກົມມະດຳ ສາມາດຍາດມາໄດ້, ພ້ອມທັງ ຍົກໃຫ້ເຫັນສະພາບພາກພື້ນ, ສາກົນ ແລະ ສະພາບພາຍໃນປະເທດ ທີ່ລັດຖະບານ ກໍ່ຄືກອງທັບ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ໃນປັດຈຸບັນ. ຕໍ່ສະພາບການດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະ ນັກງານ-ນັກຮົບ ທົ່ວວິທະຍາຄານນາຍທະຫານບົກກົມມະດຳ ສືບຕໍ່ເປັນເຈົ້າການ ແລະ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເຊີດຊູສະຕິລະວັງຕົວ, ສະຕິປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ ໄວ້ໃຫ້ໝັ້ນຄົງ;
ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ; ຕັ້ງໜ້າຫັນລົງຮາກຖານ ເພື່ອສືບຕໍ່ກໍ່ສ້າງ ແລະ ປັບ ປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຢູ່ຮາກຖານໃຫ້ທົ່ວເຖິງ; ເພີ່ມທະວີການເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ; ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດຕົວຈິງ ແລະ ໂປ່ງໃສ, ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ສົມທົບຢ່າງກົມກຽວ ລະຫວ່າງ ບົດບາດ-ຄວາມສາມາດນຳພາ ຂອງໝູ່ຄະນະ ກັບ ບົດບາດ-ຄວາມສາມາດນຳພາຂອງບຸກຄົນໃນຄະນະ, ແບບແຜນນຳພາຕ້ອງປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ນອນໃນຂອບເຂດຮັບຜິດຊອບ ໂດຍຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ເປັນບ່ອນອີງ; ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ, ໃນນັ້ນ ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດ ດ້ານວິຊາສະເພາະ ຢ່າງມີຫົວຄິດປະດິດສ້າງ, ການຈັດຕັ້ງບັນຊາ ຕ້ອງມີແຜນການ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດ ທາງດ້ານສິນລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະ ໃຫ້ສູງຂຶ້ນ, ທັງຍົກສູງສະຕິການຈັດຕັ້ງລະບຽບວິໄນໃຫ້ເຂັ້ມງວດ, ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງຮອບດ້ານ;
ໃຫ້ຖືເອົາວຽກງານຄຸ້ມຄອງ ດູແລ ດ້ວຍການສ້າງພະລາທິການກັບທີ່ ເປັນວຽກງານຕົ້ນຕໍໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ ເປັນວຽກງານຕົ້ນຕໍ, ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດ ແນໃສ່ປັບປຸງກໍ່ສ້າງກອງທັບ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່.ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ປັບປຸງກໍ່ສ້າງກອງທັບ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ